lo_tn/hos/04/08.md

2.0 KiB

ຂໍ້ມູນນທົ່ວໄປ:

ພຣະຢາເວຊົງສືບຕໍ່ໃນການກ່າວເຖິງພວກປະໂລຫິດ.

ພວກເຂົາລ້ຽງຊີບດ້ວຍຄວາມບາບຂອງປະຊາຊົນຂອງເຮົາ

ເມື່ອທີ່ຄົນເຮັດບາບ, ພວກເຂົາຈະຖວາຍເຄື່ອງບູຊາ ເພື່ອພຣະເຈົ້າຈະໃຫ້ອະພັຍພວກເຂົາ. ພວກປະໂລຫິດໄດ້ຖືກອະນຸຍາດໃຫ້ກິນເຄື່ອງບູຊາເຫລົ່ານີ້. ພວກປະໂລຫິດທີ່ກິນເຄື່ອງຖວາຍບູຊາສຳລັບບາບນີ້ແມ່ນເວົ້າເຖິງວ່າພວກເຂົາຈະລ້ຽງບາບຂອງຜູ້ຄົນແທ້ໆ. (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-explicit]] ແລະ [[rc:///ta/man/translate/figs-metaphor]])

ພວກເຂົາໂລບມາກໂລພາເພາະຄວາມຊົ່ວຮ້າຍຂອງພວກເຂົາ

ພວກປະໂລຫິດຕ້ອງການໃຫ້ປະຊາຊົນເຮັດຜິດຫລາຍຂຶ້ນເພື່ອປະຊາຊົນຈະຕ້ອງຖວາຍເຄື່ອງບູຊາຫລາຍຂຶ້ນ ເພື່ອພວກປະໂລຫິດຈະໄດ້ກິນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ມັນຈະເຫມືອນກັນສຳລັບປະຊາຊົນກໍຄືພວກປະໂລຫິດ

"ປະຊາຊົນທັງຫລາຍ ແລະ ພວກປະໂລຫິດຈະຕ້ອງຖືກລົງໂທດເຫມືອນກັນ".

ການກະທຳຂອງພວກເຂົາ

"ມັນເປັນນິສັຍຂອງພວກເຂົາ" ຫລື "ການປະພຶດຂອງພວກເຂົາ".