lo_tn/hos/04/06.md

3.1 KiB

ຂໍ້ມູນທົ່ວໄປ:

ໃນຂໍ້ 4:6, ພຣະຢາເວຊົງກ່າວກັບພວກປະໂລຫິດກ່ຽວກັບປະຊາຊົນອິສະຣາເອນ. ແຕ່ໃນຂໍ້ 4: 7, ພຣະອົງຊົງກ່າວກ່ຽວກັບພວກປະໂລຫິດ ບໍ່ແມ່ນເຖິງພວກເຂົາ. ມີຄວາມເປັນໄປໄດ້ສຳລັບຜູ້ແປທີ່ຈະສາມາດຕິດຕາມຕົວຢ່າງ, ຊຶ່ງສະແດງໃຫ້ເຫັນວ່າຂອງພຣະຢາເວກຳລັງກ່າວກັບພວກປະໂລຫິດໃນຂໍ້ 4: 7 ເຊັ່ນກັນ.

ໄພ່ພົນຂອງເຮົາກໍຖືກທຳລາຍ ເພາະພວກເຂົາຂາດຄວາມຮູ້

ສາມາດຖືກລະບຸໄວ້ໃນຮູບແບບກະທຳ. ອາດແປໄດ້ອີກວ່າ: "ປະຊາຊົນຂອງເຮົາກຳລັງຈະສູນສິ້ນໄປເພາະເຈົ້າ, ພວກປະໂລຫິດ, ບໍ່ໄດ້ສິດສອນພວກເຂົາກ່ຽວກັບເຮົາຢ່າງຖືກຕ້ອງ ເພື່ອວ່າພວກເຂົາຈະເຊື່ອຟັງເຮົາ". (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ຄວາມຮູ້

ຄຳວ່າ "ຄວາມຮູ້" ຫມາຍເຖິງ ຄວາມຮູ້ຂອງພຣະເຈົ້າ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ພວກເຂົາທັງຫລາຍໄດ້ແລກປ່ຽນກຽຕສັກສີຂອງພວກເຂົາເພື່ອຄວາມອັບອາຍ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ: 1) "ກຽດຕິຍົດ" ແມ່ນຄຳເວົ້າທີ່ເປັນຕົວແທນຂອງພຣະຢາເວ, ແລະ "ຄວາມອັບອາຍ" ແມ່ນຄຳເວົ້າທີ່ເປັນຕົວແທນຂອງຮູບເຄົາຣົບ. ອາດແປໄດ້ອີກວ່າ: "ພວກເຂົາຢຸດການນະມັສະການເຮົາ, ພຣະເຈົ້າຜູ້ຊົງກຽຕສັກສີ, ແລະ ດຽວນີ້ກໍນະມັສະການຮູບເຄົາຣົບທີ່ຫນ້າກຽດຫນ້າຊັງແທນ" ຫລື 2) ບາງສະບັບໃນພຣະຄັມພີແປວ່າ "ເຮົາຈະແລກປ່ຽນກຽດຕິຍົດຂອງພວກເຂົາເປັນຄວາມອັບອາຍ." ຫມາຍຄວາມວ່າພຣະຢາເວ ຈະເອົາສິ່ງຂອງທີ່ປະໂລຫິດໃຫ້ກຽຕໄປ ເພື່ອເຮັດໃຫ້ພວກປະໂລຫິດມີຄວາມອັບອາຍ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)