lo_tn/hos/03/04.md

2.7 KiB

ເພາະວ່າຄົນອິສະຣາເອນຈະຢູ່ຢ່າງດົນນານໂດຍບໍ່ມີກະສັດ, ບໍ່ມີເຈົ້າຊາຍ, ບໍ່ມີການຂາບໄຫວ້ບູຊາ, ບໍ່ມີເສົາສັກສິດ, ບໍ່ມີເອໂຟດ ຫລື ຫໍໂຮງຮູບເຄົາຣົບທັງຫລາຍ

ເຫມືອກັນກັບວ່າ ໂຮເຊອາ ມີຊີວິດຢູ່ໂດຍບໍ່ມີເມຍ ເພາະວ່ານາງໄດ້ຫລິ້ນຊູ້, ຄົນອິສະຣາເອນຈະອາສັຍຢູ່ໂດຍບໍ່ມີກະສັດ ແລະ ໂດຍບໍ່ມີການນະມັສະການພຣະເຈົ້າ, ເພາະວ່າພວກເຂົາໄດ້ຂາບໄຫວ້ບູຊາຮູບເຄົາຣົບ.

ສະແຫວງຫາພຣະຢາເວເປັນພຣະເຈົ້າຂອງເຂົາ

ຄຳວ່າ "ສະແຫວງຫາ" ຫມາຍຄວາມວ່າ ພວກເຂົາຂໍພຣະເຈົ້າຊົງຮັບເອົາພວກເຂົາ ແລະ ການນະມັສະການຂອງພວກເຂົາ.

ດາວິດກະສັດຂອງພວກເຂົາ

ຄຳວ່າ "ດາວິດ" ແມ່ນຫມາຍເຖິງລູກຫລານທັງຫມົດຂອງດາວິດ. ອາດແປໄດ້ອີກວ່າ: "ເຊື້ອສາຍຂອງດາວິດຈະເປັນກະສັດຂອງພວກເຂົາ". (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ໃນວັນສຸດທ້າຍ

ຄຳວ່າ "ວັນສຸດທ້າຍ" ຫມາຍເຖິງໄລຍະເວລາຫນຶ່ງຂອງອະນາຄົດ. ອາດແປໄດ້ອີກວ່າ: "ໃນອະນາຄົດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ພວກເຂົາຈະກັບຄືນມາຢຳເກງພຣະຢາເວ ແລະ ຄວາມດີຂອງພຣະອົງ

ຄຳວ່າ “ຢຳເກງ” ສະແດງເຖິງຄວາມຮູ້ສຶກທີ່ຫນ້າເກງຂາມ ແລະ ຄວາມຖ່ອມຕົວ. ອາດແປໄດ້ອີກວ່າ: "ພວກເຂົາຈະກັບມາຫາພຣະຢາເວ ແລະ ຈະຖ່ອມຕົວລົງ, ໃຫ້ກຽຕພຣະອົງ, ແລະທູນຂໍພຣະພອນຈາກພຣະອົງ". (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)