lo_tn/hos/02/02.md

4.3 KiB

ຂໍ້ມູນທົ່ວໄປ:

ພຣະຢາເວຊົງກ່າວຕໍ່ໂຮເຊອາ

ຮ້ອງຟ້ອງ

ແມ່ນຄຳຮ້ອງທຸກຂອງຜູ້ຫນຶ່ງຕໍ່ສູ້ບຸກຄົນອື່ນຕໍ່ຫນ້າສານ.

ແມ່ຂອງເຈົ້າ

"ແມ່" ຫມາຍເຖິງຊົນຊາດອິສະຣາເອນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ນາງບໍ່ແມ່ນເມຍຂອງເຮົາ

ພຣະຢາເວກຳລັງກ່າວເຖິງອິສະຣາເອນ, ຊຶ່ງເວົ້າເຖິງຜູ້ຍິງນີ້ວ່າ, ບໍ່ມີເມຍພຣະຢາເວອີກຕໍ່ໄປ. ແທນທີ່ຈະຫັນຫນີຈາກອິສະຣາເອນ ແລະ ນະມັສະການພຣະອົງແທນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ແລະ ເຮົາບໍ່ໄດ້ເປັນຜົວຂອງນາງ

ພຣະຢາເວບໍ່ມີສາຍພົວພັນກັບຊົນຊາດອິສະຣາເອນອີກຕໍ່ໄປໃນຖານະຜົວຕ້ອງຮັກເມຍຂອງເຂົາ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ການກະທຳທີ່ເປັນການຫລິ້ນຊູ້

ເມຍຜູ້ກຳລັງຫລົງໄຫລໄດ້ນອກໃຈຜົວຂອງນາງເພື່ອໄປນອນກັບຜູ້ຊາຍຄົນອື່ນ. ນີ້ເປັນການກະທຳຂອງຄົນອິສະຣາເອນຕໍ່ພຣະຢາເວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຈາກຫນ້າເອິກຂອງນາງ

ຮູບພາບນີ້ສະແດງໃຫ້ເຫັນວ່າອິສະຣາເອນ ກຳລັງອາສັຍຮູບເຄົາຣົບ ແລະ ບໍ່ແມ່ນພຣະຢາເວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເຮົາຈະເປືອຍກາຍ ແລະ ສະແດງຄວາມເປືອຍກາຍຂອງນາງ ເຫມືອນກັບມື້ນາງເກີດມາ

ພຣະຢາເວຈະບໍ່ປົກປ້ອງ ແລະ ຈັດຕຽມສຳລັບອິສະຣາເອນອີກຕໍ່ໄປ ເພາະປະຊາຊາດໄດ້ຫັນຫນີຈາກເຂົາໄປ. ໃນອິສະຣາແອນ, ກົດຫມາຍກຳຫນົດໃຫ້ຜົວຈັດຫາເຄື່ອງນຸ່ງໃຫ້ເມຍ. ການບໍ່ເຮັດແນວນັ້ນແມ່ນສັນຍານວ່າຜູ້ຊາຍກຳລັງປະຕິເສດເມຍຂອງລາວ. ຄວາມຫມາຍທັງຫມົດຂອງເລື່ອງນີ້ອາດຈະແຈ້ງຂຶ້ນ. (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] and [[rc:///ta/man/translate/figs-explicit]])

ເຮົາຈະເຮັດໃຫ້ນາງເປັນເຫມືອນກັບຖິ່ນແຫ້ງແລ້ງກັນດານ

ພຣະຢາເວຈະປ່ຽນອິສະຣາເອນໃຫ້ຄ້າຍຄືກັບຖິ່ນແຫ້ງແລ້ງ, ຊຶ່ງເປັນຂົງເຂດທີ່ເປົ່າວ່າງ ແລະ ບໍ່ອຸດົມສົມບູນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)

ເຮົາຈະເຮັດໃຫ້ນາງຕາຍເພາະການຫິວນ້ຳ

"ຄວາມຫິວໂຫ່ຍ" ຫມາຍເຖິງຄວາມຕ້ອງການທີ່ຈະນະມັສະການ ແລະ ເພິ່ງພາພຣະຢາເວ, ບໍ່ແມ່ນຮູບເຄົາຣົບ, ຫລື ອິສະຣາເອນຈະບໍ່ສາມາດລອດພົ້ນໄດ້ໃນຖານະປະເທດ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)