lo_tn/heb/12/22.md

3.9 KiB

ຂໍ້​ມູນ​ທົ່ວ​ໄປ

ຊາຍທີ່ມີຊື່ວ່າອາເບັນເປັນບຸດຊາຍຂອງຊາຍ ແລະ ຍິງຄູ່ທຳອິດຄືອາດາມກັບເອວາ ຄາອິນກໍ່ເປັນລູກຊາຍຂອງພວກເຂົາເຊິ່ງໄດ້ຂ້າອາເບັນ.

ພູເຂົາຊີໂອນ

ຜູ້ຂຽນກ່າວເຖິງພູເຂົາຊີໂອນ ພຣະວິຫານທີ່ຢູ່ເທິງພູເຂົາໃນເຍຣູຊາເລັມວ່າເປັນເຫມືອນສະຫວັນ ເປັນທີ່ພຳນັກຂອງພຣະເຈົ້າ (ເບິ່ງ: rc://*/ta/man/translate/figs-metaphor)

ທູດສະຫວັນນັບເປັນຈຳນວນຫມື່ນໆ

"ຈຳນວນທູດສະຫວັນຈຳນວນທີ່ນັບບໍ່ຖ້ວນ"

ລູກຫົວປີ

ກ່າວເຖິ່ງພວກຜູ້ເຊື່ອໃນພຣະຄຣິດວ່າເປັນເຫມືອນກັບບັນດາບຸດຫົວປີ ນີ້ເປັນການເນັ້ນຕຳແຫນ່ງທີ່ພິເສດ ແລະ ສິດທິພິເສດຂອງພວກເຂົາໃນຖານະປະຊາກອນຂອງພຣະເຈົ້າ . (ເບິ່ງ: rc://*/ta/man/translate/figs-metaphor)

ຖືກນັບຊື່ໃນສະຫວັນ

"ຊື່ຂອງຄົນທີ່ຖືກຂຽນເອົາໄວ້ໃນສະຫວັນ" ສາມາດຢູ່ໃນຮູບປະໂຫຍກທີ່ມີປະທານເປັນຜູ້ກະທຳ ອາດແປອີກຢ່າງວ່າ "ຊື່ຂອງຄົນທີ່ພຣະເຈົ້າໄດ້ຂຽນເອົາໄວ້ໃນສະຫວັນ" (ເບິ່ງ: rc://*/ta/man/translate/figs-activepassive)

ທີ່ໄດ້ຮັບການເຮັດໃຫ້ສົມບູນແລ້ວ

ສາມາດຢູ່ໃນຮູບປະໂຫຍກທີ່ມີປະທານເປັນຜູ້ກະທຳ ແປອີກຢ່າງວ່າ "ຜູ້ທີ່ພຣະເຈົ້າໄດ້ເຮັດໃຫ້ສົມບູນແບບ" (ເບິ່ງ: rc://*/ta/man/translate/figs-activepassive)

ຄົນຊອບທຳ ທີ່ໄດ້ຮັບການເຮັດໃຫ້ສົມບູນແລ້ວ

ນີ້ສາມາດຖືກລະບຸໄວ້ໃນຮູບແບບທີ່ໃຊ້ງານຢູ່. ແປອີກຢ່າງວ່າ: "ຜູ້ທີ່ພຣະເຈົ້າໄດ້ແຕ່ງຕັ້ງໃຫ້ສົມບູນແບບ". (ເບິ່ງ: rc://*/ta/man/translate/figs-activepassive)

ພຣະໂລຫິດທີ່ຖືກປະພົມຊື່ງສົ່ງສຽງດັ່ງກ່າວໂລຫິດຂອງອາເບັນ

ພຣະໂລຫິດຂອງພຣະເຢຊູ ແລະ ໂລຫິດຂອງອາເບັນຖືກກ່າວວ່າເປັນເຫມືອນກັບສອງບຸກຄົນທີ່ກຳລັງສົ່ງສຽງຮ້ອງ ແປອີກຢ່າງວ່າ "ພຣະໂລຫິດທີ່ປະພົມຂອງພຣະເຢຊູເວົ້າເຖິງສິ່ງທີ່ດີກ່ວາໂລຫິດຂອງອາເບັນ". (ເບິ່ງ: [[rc:///ta/man/translate/figs-personification]] ແລະ [[rc:///ta/man/translate/figs-explicit]])

ພຣະໂລຫິດ

ຄຳວ່າ "ພຣະໂລຫິດ" ໃນທີ່ນີ້ຫມາຍເຖິງການຕາຍຂອງພຣະເຢຊູເຫມືອນກັບທີ່ໂລຫິດຂອງອາເບັນກໍຫມາຍເຖິງການຕາຍຂອງເຂົາ. (ເບິ່ງ : rc://*/ta/man/translate/figs-metonymy)