lo_tn/heb/12/18.md

5.7 KiB

ຂໍ້​ມູນ​ເຊື່ອມຕໍ່

ຜູ້ຂຽນທຳໃຫ້ການປຽບທຽບຄວາມແຕກຕ່າງລະຫວ່າງສິ່ງທີ່ຜູ້ເຊື່ອໃນສະໄຫມຂອງໂມເຊມີໃນຂະນະທີ່ມີຊີວິດຢູ່ພາຍໃຕ້ກົດບັນຍັດກັບສິ່ງທີ່ຜູ້ເຊື່ອໃນຍຸກປະຈຸບັນມີຫລັງຈາກການມາພຣະເຢຊູພາຍໃຕ້ພັນທະສັນຍາໃຫມ່ ເຂົາຍົກຕົວຢ່າງຂອງຊາວອິສະຣາເອນໂດຍການອະທິບາຍວິທີທີ່ພຣະເຈົ້າປາກົດຕໍ່ພວກເຂົາທີ່ພູເຂົາຊີນາຍ.

ຂໍ້​ມູນ​ທົ່ວ​ໄປ

ຄຳວ່າ "ພວກທ່ານ" ຫມາຍເຖິງຜູ້ເຊື່ອຊາວເຮັບເຣີທີ່ເປັນຜູ້ຂຽນຈົດຫມາຍເຖິງພວກເຂົາຄຳວ່າ "ພວກເຂົາ" ຫມາຍເຖິງຊົນຊາດອິສະຣາເອນ, ຫລັງຈາກທີ່ໂມເຊໄດ້ນຳພວກເຂົາອອກຈາກອີຢິບ ຄຳກ່າວອ້າງອີງແລກມາຈາກບັນທຶກຂອງໂມເຊ ພຣະເຈົ້າສຳແດງໃນຕອນນີ້ວ່າໂມເຊໄດ້ກ່າວວ່າເຂົາຕົວສັ່ນເມື່ອມອງເຫັນທີພູເຂົານັ້ນ.

ທີ່ແຕະຕ້ອງໄດ້.

ນີ້ມີຄວາມຫມາຍວ່າພວກຜູ້ເຊື່ອໃນພຣະຄຣິດບໍ່ໄດ້ມາເຖິງພູເຂົາໃນຝ່າຍກາຍະພາບເຫມືອນກັບພູເຂົາຊີນາຍທີ່ບຸກຄົນຫນຶ່ງທີ່ສາມາດແຕະຕ້ອງ ຫລື ມອງເຫັນ ປະໂຫຍກນີ້ສາມາດຂຽນໃຫ້ຢູ່ໃນຮູບປະໂຫຍກທີ່ມີປະທານເປັນຜູ້ກະທຳ ແປອີກຢ່າງວ່າ "ທີ່ບຸກຄົນຫນຶ່ງສາມາດແຕະຕ້ອງ" ຫລື "ທີ່ບຸກຄົນຫນຶ່ງສາມາດແຕະຕ້ອງ" ຫລື "ບຸກຄົນຫນຶ່ງທີ່ສາມາດສຳພັດໄດ້ດ້ວຍປະສາດສຳພັດຂອງພວກເຂົາ". (ເບິ່ງ: rc://*/ta/man/translate/figs-activepassive)

ພວກທ່ານບໍ່ໄດ້ມາຍັງສຽງແຕກກະຫື່ມ

ຄຳວ່າສຽງທີ່ກ່າວຖ້ອຍຄຳຕ່າງໆ "ໃນທີ່ນີ້ຫມາຍເຖິງໃຜບາງຄົນກຳລັງເວົ້າຢູ່ ຄຳວ່າ "ຖືກກ່າວ" ສາມາດຢູ່ໃນຮູບທີ່ມີ ປະທານເປັນຜູ້ກະທຳ ແປອີກຢ່າງວ່າ "ຫລືໃນທີ່ໆພຣະເຈົ້າກຳລັງກ່າວດ້ວຍວິທີການທີ່ຄົນເຫລົ່ານັ້ນທີ່ໄດ້ຍິນຈະຕ້ອງອ້ອນວອນຂໍພຣະອົງບໍ່ໃຫ້ເວົ້າຄຳອື່ນຕໍ່ພວກເຂົາອີກ". (ເບິ່ງ: [[rc:///ta/man/translate/figs-metonymy]] ແລະ [[rc:///ta/man/translate/figs-activepassive]])

ບໍ່ໄດ້ມາຍັງສຽງ ທີ່ກ່າວຖ້ອຍຄຳຕ່າງໆຊຶ່ງຄົນທັງຫລາຍຮ້ອງຂໍວ່າຢ່າກ່າວຖ້ອຍຄຳໃດໆ

ນີ້ "ສຽງ" ຫມາຍເຖິງຄົນທີ່ເວົ້າປະໂຫຍກທີ່ວ່າ “ເວົ້າ” ສາມາດເວົ້າໄດ້ໃນຮູບແບບທີ່ຫ້າວຫັນ. ແປອີກຢ່າງວ່າ: "ຫລືບ່ອນທີ່ພຣະເຈົ້າກຳລັງເວົ້າໃນແບບທີ່ຜູ້ທີ່ໄດ້ຍິນລາວໄດ້ອ້ອນວອນລາວບໍ່ໃຫ້ເວົ້າອີກຄຳຫນຶ່ງກັບພວກເຂົາ" (ເບິ່ງ: [[rc:///ta/man/translate/figs-metonymy]] ແລະ [[rc:///ta/man/translate/figs-activepassive]])

ສິ່ງທີ່ເປັນຄຳບັນຊາ

ນີ້ສາມາດຢູ່ໃນຮູບປະໂຫຍກທີ່ມີປະທານເປັນຜູ້ກະທຳ ແປອີກຢ່າງວ່າ "ສິ່ງທີ່ພຣະເຈົ້າໄດ້ບັນຊາ" (ເບິ່ງ: rc://*/ta/man/translate/figs-activepassive)

ກໍ່ຈະຖືກກ້ອນຫີນແກ່ວງໃຫ້ຕາຍ

ສາມາດຢູ່ໃນຮູບປະໂຫຍກທີ່ມີປະທານເປັນຜູ້ກະທຳ ແປອີກຢ່າງວ່າ "ພວກທ່ານຕ້ອງແກ່ວງກ້ອນຫີນ" (ເບິ່ງ: rc://*/ta/man/translate/figs-activepassive)

ເພາະພວກທ່ານບໍ່ໄດ້ມາເຖິງພູເຂົາທີ່ແຕະຕ້ອງໄດ້ພູເຂົາ

ຂໍ້ມູນທີ່ສົມບູນແບບສາມາດຖືກລະບຸຢ່າງຊັດເຈນ. ແປອີກຢ່າງວ່າ: "ເພາະທ່ານບໍ່ໄດ້ມາ, ຄືກັບຊາວອິດສະລາເອນໄດ້ມາ, ເຖິງພູເຂົາທີ່ສາມາດສຳພັດໄດ້" (ເບິ່ງ: rc://*/ta/man/translate/figs-explicit)