lo_tn/heb/12/14.md

3.9 KiB

ຂໍ້​ມູນ​ທົ່ວ​ໄປ

ຊາຍທີ່ຊື່ເອຊາວຄື ຄົນທີ່ໄດ້ຮັບການບອກເລົ່າໃນບັນທຶກຂອງໂມເຊ ຫມາຍເຖິງລູກຊາຍຄົນແລກຂອງອີຊາກ ແລະ ເປັນອ້າຍຂອງຢາໂຄບ.

ຈົ່ງພະຍາຍາມທີ່ຈະຢູ່ຢ່າງສະຫງົບສຸກກັບທຸກຄົນ

ໃນນີ້ “ການໄລ່ຕາມ” ແມ່ນເວົ້າເຖິງຄືກັບວ່າມັນເປັນສິ່ງທີ່ຄົນຕ້ອງໄລ່ຕາມ. ແປອີກຢ່າງວ່າ: "ພະຍາຍາມໃຊ້ຊີວິດຢ່າງສະຫງົບສຸກກັບທຸກໆຄົນ" (ເບິ່ງ: rc://*/ta/man/translate/figs-metaphor)

ຖ້າບໍ່ມີຄວາມບໍຣິສຸດກໍຈະບໍມີໃຜໄດ້ເຫັນພຣະເຈົ້າເລີຍ.

ນີ້ສາມາດສະແດງເປັນການຫນູນໃຈໃນດ້ານບວກໄດ້. ແປອີກຢ່າງວ່າ" ແລະເຊັ່ນດຽວກັນຈົ່ງເຮັດງານຫນັກເພື່ອຈະເປັນຄົນບໍຣິສຸດ ເພາະຄົນທີ່ບໍຣິສຸດເທົ່ານັ້ນທີ່ຈະໄດ້ເຫັນພຣະເຈົ້າ". (ເບິ່ງ: rc://*/ta/man/translate/figs-doublenegatives)

ບໍ່ມີຄົນໃດຂາດຈາກພຣະຄຸນຂອງພຣະເຈົ້າ.

"ບໍ່ມີໃຜຮັບພຣະຄຸນຂອງພຣະເຈົ້າແລ້ວປ່ອຍຖິ້ມໄປ" ຫລື "ບໍ່ມີໃຜປະຕິເສດພຣະຄຸນຂອງພຣະເຈົ້າຫລັງຈາກໄວ້ວາງໃຈໃນພຣະອົງ".

ຈະບໍ່ມີຮາກຂົມຂື່ນງອກຂຶ້ນມາຊຶ່ງຈະສ້າງຄວາມເດືອດຮ້ອນ ແລະ ເພື່ອຄົນຫລວງຫລາຍ ຈະບໍ່ຖືກທຳລາຍ.

ຄວາມກຽດຊັງ ຫລື ທ່າທີບໍ່ພໍໃຈຖືກກ່າວວ່າເປັນເຫມືອນກັບພືດຊະນິດຫນຶ່ງທີ່ມີຣົດຂົມ ແປອີກຢ່າງວ່າ "ເພື່ອຈະບໍ່ມີໃຜເປັນຮາກຂົມຂື່ນ ເພາະເມື່ອຮາກຂົມຂື່ນງອກຂຶ້ນມາກໍຈະສ້າງບັນຫາ ແລະ ທຳລາຍຜູ້ຄົນຫລວງຫລາຍ"(ເບິ່ງ: rc://*/ta/man/translate/figs-metaphor)

ເຂົາກໍຖືກປະຕິເສດ.

ສາມາດຢູ່ໃນຮູບປະໂຫຍກທີ່ມີປະທານເປັນຜູ້ກະທຳ. ແປອີກຢ່າງວ່າ "ບິດາຂອງເຂົາຄືອີຊາກ ປະຕິເສດທີ່ຈະອວຍພອນລາວ"

ເພາະບໍ່ມີໂອກາດໃຫ້ເຂົາໄດ້ກັບໃຈ.

"ເພາະເປັນໄປບໍ່ໄດ້ສຳລັບບິດາຂອງເຂົາຄືອີຊາກທີ່ຈະປ່ຽນແປງການຕັດສິນໃຈໄດ້ "

ແມ່ນວ່າເຂົາຈະສະແຫວງຫາໂອກາດນັ້ນດ້ວຍນໍ້າຕາໄຫລກໍຕາມ

ນີ້ "ລາວ" ຫມາຍເຖິງເອຊາວ.

ຢູ່ໃນຄວາມບໍຣິສຸດ

ທ່ານສາມາດລະບຸຂໍ້ມູນທີ່ເຂົ້າໃຈໄດ້ຢ່າງຈະແຈ້ງ. ແປອີກຢ່າງວ່າ: "ຍັງສະແຫວງຫາຄວາມບໍລິສຸດ" (ເບິ່ງ: rc://*/ta/man/translate/figs-ellipsis)