lo_tn/heb/12/09.md

4.4 KiB

ພຣະບິດາແຫ່ງວິນຍານ.

ພາສາຖິ່ນນີ້ປຽບທຽບໃຫ້ເຫັນຄວາມແຕກຕ່າງກັບຄຳວ່າ "ບິດາໃນໂລກນີ້" ແປອີກຢ່າງວ່າ "ພຣະບິດາຝ່າຍວິນຍານຂອງເຮົາ" ຫລື "ພຣະບິດາຂອງເຮົາໃນສະຫວັນ". (ເບິ່ງ: rc://*/ta/man/translate/figs-idiom)

ຜູ້ອົບຮົມສັ່ງສອນ

"ຜູ້ທີ່ລົງໂທດພວກເຮົາ"

ແລ້ວພວກເຮົາຈະຍິ່ງບໍ່ສົມຄວນເຊື່ອຟັງພຣະບິດາແຫ່ງວິນຍານ ແລະ ຊົງພຣະຊົນຢູ່ຫລື?

ຜູ້ຂຽນໃຊ້ຄຳຖາມເພື່ອເນັ້ນເຖິງການສົມຄວນເຊື່ອຟັງພຣະເຈົ້າພຣະບິດາ ແປອີກຢ່າງວ່າ "ດ້ວຍເຫດນີ້ເຮົາສົມຄວນເຊື່ອຟັງພຣະບິດາແຫ່ງຈິດວິນຍານ ແລະ ຊົງພຣະຊົນຢູ່ຫລາຍຍິ່ງກ່ວາ". (ເບິ່ງ: rc://*/ta/man/translate/figs-rquestion)

ແລະຊົງພຣະຊົນຢູ່.

"ເພື່ອວ່າເຮົາຈະມີຊີວິດຢູ່"

ພຣະບິດາເຈົ້າແຫ່ງວິນຍານ

ສຳນວນນີ້ກົງກັນຂ້າມກັບ "ພໍ່ຝ່າຍເນື້ອຫນັງ." ແປອີກຢ່າງວ່າ: "ພໍ່ທາງວິນຍານຂອງພວກເຮົາ" ຫລື "ພຣະບິດາເທິງສະຫວັນຂອງພວກເຮົາ" (ເບິ່ງ: rc://*/ta/man/translate/figs-idiom)

ຜົນ..ເຕັມໄປດ້ວຍສັນຕິສຸກ.

ຄຳວ່າ "ຜົນ" ໃນທີ່ນີ້ເຕັມໄປດ້ວຍຄຳອຸປະມາ ແລະ ຖືກກ່າວວ່າເປັນເຫມືອນກັບບຸກຄົນຄົນຫນຶ່ງທີ່ມີສັນຕິສຸກ ແລະ ນຳສັນຕິສຸກມາໃຫ້ກັບຜູ້ອື່ນ (ເບິ່ງ : rc://*/ta/man/translate/figs-personification)

ຜົນແຫ່ງຄວາມຊອບທຳ.

ຄວາມຊອບທຳຄຸນະພາບຂອງບາງຄົນທີ່ເຊື່ອຟັງພຣະເຈົ້າຖືກກ່າວເຖິງວ່າເປັນຜົນທີເຕີບໃຫຍ່ຂອງຕົ້ນໄມ້ຕົ້ນຫນຶ່ງ ໃນທີ່ນີ້ຜູ້ຂຽນກຳລັງກ່າວວ່າຄວາມຊອບທຳເພີ່ມພູນຂຶ້ນເຫມືອນກັບຜົນຂອງການອົບຮົມສັ່ງສອນ. (ເບິ່ງ: rc://*/ta/man/translate/figs-metaphor)

ບັນດາຄົນທີ່ໄດ້ຮັບຝຶກອົບຮົມນັ້ນ.

"ຜູ້ທີ່ໄດ້ຮັບການຝຶກອົບຮົມຈາກວິໄນ" ລະບຽບວິໄນ ຫລື ການແກ້ໄຂທີ່ພຣະຜູ້ເປັນເຈົ້າໄດ້ກ່າວເຖິງຄືກັບວ່າພຣະຜູ້ເປັນເຈົ້າເອງ. ນີ້ສາມາດຖືກລະບຸໄວ້ໃນຮູບແບບທີ່ຫ້າວຫັນ. ແປອີກຢ່າງວ່າ: "ໃຜທີ່ພະເຈົ້າໄດ້ຝຶກອົບຮົມໂດຍການຕີສອນພວກເຂົາ" (ເບິ່ງ: [[rc:///ta/man/translate/figs-personification]] ແລະ [[rc:///ta/man/translate/figs-activepassive]])

ພວກເຮົາຈະສາມາດເຂົ້າສ່ວນໃນຄວາມບໍລິສຸດຂອງພຣະອົງ.

ການປຽບທຽບນີ້ເວົ້າເຖິງ "ຄວາມບໍລິສຸດ" ຄືກັບວ່າມັນເປັນວັດຖຸທີ່ສາມາດແບ່ງປັນກັນລະຫວ່າງຄົນອື່ນ. ແປອີກຢ່າງວ່າ: "ເພື່ອພວກເຮົາຈະກາຍເປັນຄົນບໍລິສຸດຄືກັບວ່າພຣະເຈົ້າບໍລິສຸດ" (ເບິ່ງ: rc://*/ta/man/translate/figs-metaphor)