lo_tn/heb/12/07.md

3.5 KiB

ອົດທົນຕໍ່ຄວາມທຸກດັ່ງເຫມືອນວ່ານັ້ນຄືການອົບຮົມສັ່ງສອນ

ຄິດເຖິງເວລາທີ່ຍາກລຳບາກວ່າເປັນເຫມືອນກັບເວລາຂອງການອົບຮົມສັ່ງສອນ. (ເບິ່ງ: rc://*/ta/man/translate/figs-simile)

ພຣະເຈົ້າປະຕິບັດຕໍ່ພວກທ່ານໃນຖານະທີ່ພວກທ່ານເປັນລູກ.

ປຽບທຽບການທີ່ພຣະເຈົ້າກຳລັງອົບຮົມສັ່ງສອນປະຊາກອນຂອງພຣະອົງກັບບິດາຄົນຫນຶ່ງທີ່ກຳລັງອົບຮົມສັ່ງສອນລູກຊາຍຂອງເຂົາ. ທ່ານສາມາດໃຊ້ຂໍ້ມູນທີ່ທີ່ເຂົ້າໃຈໄດ້ຈະແຈ້ງ. ແປອີກຢ່າງວ່າ "ພຣະເຈົ້າປະຕິບັດຕໍ່ພວກທ່ານດ້ວຍວິທີການຢ່າງດຽວກັນກັບທີ່ພໍ່ປະຕິບັດຕໍ່ລູກຂອງເຂົາ". (ເບິ່ງ: [[rc:///ta/man/translate/figs-simile]] ແລະ [[rc:///ta/man/translate/figs-ellipsis]])

ລູກຊາຍ...ລູກຊາຍ

ຄຳເຫລົ່ານີ້ອາດລວມເຖິງຜູ້ຊາຍ ແລະ ຜູ້ຍິງ. ແປອີກຢ່າງວ່າ "ບັນລູກ..ລູກ" (ເບິ່ງ: rc://*/ta/man/translate/figs-gendernotations)

ລູກຊາຍຄົນໃດທີ່ພໍ່ບໍ່ຕີສອນ?

ຜູ້ຂຽນເຮັດໃຫ້ ຄຳຖາມນີ້ສຳຄັນທີ່ພໍ່ດີທຸກຄົນຕີສອນລູກ. ນີ້ສາມາດສະແດງອອກເປັນການຖະແຫລງ. ແປອີກຢ່າງວ່າ: "ພໍ່ທຸກຄົນຕີສອນລູກ!". (ເບິ່ງ rc://*/ta/man/translate/figs-rquestion)

ແຕ່ຖ້າຫາກພວກທ່ານບໍ່ໄດ້ຮັບການອົບຮົມສັ່ງສອນ ໂດຍທີ່ທຸກຄົນໄຮັບ.

ທ່ານສາມາດຂຽນຄຳນາມທີ່ເປັນນາມມະທໍາຄຳວ່າ "ການອົບຮົມສັ່ງສອນ" ໃຫ້ຢູ່ໃນຮູບຂອງຄຳກິລິຍາ "ອົບຮົມສັ່ງສອນ" ໄດ້. ແປອີກຢ່າງວ່າ "ດັ່ງນັ້ນຖ້າພວກທ່ານບໍ່ມີປະສົບການໃນການທີ່ພຣະເຈົ້າອົບຮົມສັງສອນພວກທ່ານເຫມືອນກັບທີ່ພຣະອົງອົບຮົມສັ່ງສອນບຸດຂອງພຣະອົງທຸກຄົນ". (ເບິ່ງ: rc://*/ta/man/translate/figs-abstractnouns)

ພວກທ່ານກໍເປັນລູກນອກກົດຫມາຍແລະບໍ່ແມ່ນລູກຂອງພຣະອົງ.

ຜູ້ທີ່ພຣະເຈົ້າບໍ່ໄດ້ລະບຽບວິໄນໄດ້ຖືກກ່າວເຖິງວ່າພວກເຂົາເປັນລູກຊາຍທີ່ເກີດມາຈາກຊາຍ ແລະ ຍິງທີ່ບໍ່ໄດ້ແຕ່ງງານກັນ. (ເບິ່ງ: rc://*/ta/man/translate/figs-metaphor)