lo_tn/heb/11/35.md

5.9 KiB

ພວກຜູ້ຍິງກໍໄດ້ຄົນຂອງພວກນາງກັບຄືນມາໂດຍການເປັນຂຶ້ນຈາກຄວາມຕາຍ.

ຄຳວ່າ "ໂດຍການເປັນຂຶ້ນມາຈາກຄວາມຕາຍ" ຫມາຍເຖິງ "ເມື່ອພຣະເຈົ້າຊຸບພວກເຂົາຂຶ້ນມາຈາກຄວາມຕາຍ" ຄຳວ່າ "ຕາຍ" ເປັນຄຳຄຸນສັບທີ່ຂະຫຍາຍນາມສະເພາະ ສາມາດຂຽນເປັນຄຳກິລິຍາໄດ້. ແປອີກຢ່າງວ່າ "ພວກຜູ້ຍິງກໍໄດ້ຄົນທີ່ມີຊີວິດທີ່ເຄີຍຕາຍແລ້ວກັບຄືນມາ". (ເບິ່ງ: [[rc:///ta/man/translate/figs-abstractnouns]] ແລະ [[rc:///ta/man/translate/figs-nominaladj]])

ບາງຄົນຖືກທໍຣະມານ..ບາງຄົນຖືກທົດສອບໂດຍການເຢາະເຢີ້ຍ ແລະ ໂບຍຕີພວກເຂົາ..ພວກເຂົາຖືກຫີນຂວ້າງ..ພວກເຂົາຖືກເລື່ອຍ..ພວກເຂົາຖືກຂ້າຕາຍ.

ແປອີກຢ່າງວ່າ "ບາງຄົນກໍທົນທຸກເມື່ອຜູ້ຄົນທໍລະມານພວກເຂົາ..ບາງຄົນທົນທຸກເມື່ອຜູ້ຄົນເຢາະເຢີ້ຍ ແລະ ໂບຍຕີພວກເຂົາ..ບາງຄົນຕາຍເພາະຜູ້ຄົນຂວ້າງກ້ອນຫີນໃສ່ພວກເຂົາ..ບາງຄົນຕາຍເມື່ອຜູ້ຄົນເລື່ອຍພວກເຂົາ..ຜູ້ຄົນຂ້າພວກເຂົາ". (ເບິ່ງ: rc://*/ta/man/translate/figs-activepassive)

ທໍລະມານ.

ທຳໃຫ້ເຈັບປວດທໍລະມານຢ່າງແຮງທາງຈິດໃຈ ຫລື ຮ່າງກາຍ.

ການເປັນຂຶ້ນມາຈາກຄວາມຕາຍຊຶ່ງດີກ່ວາ.

ຄວາມຫມາຍທີ່ເປັນໄປໄດ້ຄື 1) ຜູ້ຄົນເຫລົ່ານີ້ຈະມີປະສົບການກັບຊີວິດໃນສະຫວັນທີ່ດີກ່ວາຊີວິດທີ່ມີຢູ່ໃນໂລກນີ້ ຫລື 2) ຄົນເຫລົ່ານີ້ຈະເປັນຂຶ້ນມາຈາກຄວາມຕາຍທີ່ດີກ່ວາຄົນເຫລົ່ານັ້ນທີ່ບໍ່ມີຄວາມເຊື່ອ ຄົນເຫລົ່ານັ້ນທີ່ມີຄວາມເຊື່ອຈະມີຊີວິດຢູ່ກັບພຣະເຈົ້າຊົ່ວນິລັນດອນ, ຄົນເຫລົ່ານັ້ນທີ່ປາສະຈາກຄວາມເຊື່ອຈະມີຊີວິດແຍກຂາດຈາກພຣະເຈົ້າຊົ່ວນິລັນດອນ.

ບາງຄົນຖືກທົດສອບໂດຍການເຢາະເຢີ້ຍ ແລະ ໂບຍຕີຖືກລ່າມໂສ້ ແລະ ກັກຂັງ ພວກເຂົາຖືກຫີນຂວ້າງຕາຍ ພວກເຂົາຖືກເລື່ອຍເປັນສອງທ່ອນ ພວກເຂົາຖືກຂ້າຕາຍດ້ວຍດາບ.

ສາມາດຢູ່ໃນຮູບປະໂຫຍກທີ່ມີປະທານເປັນຜູ້ກະທຳ. ແປອີກຢ່າງວ່າ "ຜູ້ຄົນເຢາະເຢີ້ຍ ແລະ ໂບຍຕີຄົນອື່ນໆ..ຜູ້ຄົນຂວ້າງກ້ອນຫີນໃສ່ຄົນອື່ນໆ ຜູ້ຄົນເລື່ອຍຄົນອື່ນໆເປັນສອງທ່ອນ ຜູ້ຄົນຂ້າຄົນອື່ນໆດ້ວດາບ". (ເບິ່ງ: rc://*/ta/man/translate/figs-activepassive)

ບາງຄົນຖືກທົດສອບໂດຍການຫຍໍ້ຫຍັນ ແລະ ຖືກຂ້ຽນຕີ ຖືກລ່າມໂສ້ ແລະ ຖືກຄຸມຂັງ

ນີ້ສາມາດໄດ້ຮັບການຕອບແທນເພື່ອວ່າ ຄຳນາມບໍ່ມີຕົວຕົນຖືກສະແດງອອກເປັນຄຳກິລິຍາ. ແປອີກຢ່າງວ່າ: "ພຣະເຈົ້າໄດ້ທົດສອບຄົນອື່ນໂດຍປ່ອຍໃຫ້ສັດຕູຂອງພວກເຂົາເຍາະເຍີ້ຍ ແລະ ຕີພວກເຂົາ ແລະ ແມ່ນແຕ່ໃສ່ໂສ້ ແລະ ຈັບພວກເຂົາໄວ້". (ເບິ່ງ: rc://*/ta/man/translate/figs-abstractnouns)

ໄດ້

"ໄດ້ຈາກສະຖານທີ່ໄປບ່ອນອື່ນ" ຫລື "ມີຊີວິດຢູ່ຕະຫລອດເວລາ"

ໄດ້ຫົ່ມຫນັງແກະ ແລະ ຫນັງແບ້ທຽວໄປມາ

"ນຸ່ງເສື້ອທີ່ເຮັດຈາກຫນັງແກະ ແລະ ແບ້ເທົ່ານັ້ນ"

ລຳບາກ ຍາກຈົນ

"ພວກເຂົາບໍ່ມີຫຍັງເລີຍ" ຫລື "ພວກເຂົາທຸກຍາກຫລາຍ"

ໂລກນີ້ກໍບໍ່ຄວນຄ່າສຳລັບຄົນເຫລົ່ານັ້ນ

ນີ້ "ໂລກ" ຫມາຍເຖິງປະຊາຊົນ. ແປອີກຢ່າງວ່າ: "ປະຊາຊົນໃນໂລກນີ້ບໍ່ມີຄຸນຄ່າ". (ເບິ່ງ: rc://*/ta/man/translate/figs-metonymy)

ຕາມຖ້ຳ..ແລະ ຂຸດຫລຸມຢູ່ໃນດິນ.

"ແລະບາງຄົນອາໃສຢູ່ໃນຖ້ຳ ແລະ ຂຸດຫລຸມຢູ່ໃນດິນ"