lo_tn/heb/11/05.md

4.0 KiB

ເພາະຄວາມເຊື່ອທີ່ທຳໃຫ້ ເອໂນກຖືກຮັບຂຶ້ນໄປເພື່ອເຂົາຈະບໍ່ເຫັນຄວາມຕາຍ.

ແປອີກຢ່າງວ່າ "ໂດຍຄວາມເຊື່ອ ເອໂນກບໍ່ຕາຍເພາະພຣະເຈົ້າພຣະເຈົ້າຮັບເຂົາໄປ". (ເບິ່ງ: rc://*/ta/man/translate/figs-activepassive)

ເຫັນຄວາມຕາຍ

ຄຳນີ້ເວົ້າເຖິງຄວາມຕາຍວ່າເປັນເຫມືອນກັບວັດຖຸຢ່າງຫນຶ່ງທີ່ຜູ້ຄົນສາມາດແນມເຫັນຫມາຍເຖິງການມີປະສົບການກັບຄວາມຕາຍ ແປອີກຢ່າງວ່າ "ຕາຍ". (ເບິ່ງ: rc://*/ta/man/translate/figs-metaphor)

ມີພະຍານຫລັກຖານວ່າເຂົາເປັນທີ່ພໍພຣະທັຍພຣະເຈົ້າ.

ຄວາມຫມາຍທີ່ເປັນໄປໄດ້ຄື 1) "ພຣະເຈົ້າຕັດສັ່ງວ່າເອໂນກໄດ້ເຮັດໃຫ້ພຣະອົງພໍພຣະໄທ" ຫລື 2) "ຜູ້ຄົນບອກວ່າເອໂນກທີ່ພໍພຣະໄທຂອງພຣະເຈົ້າ". (ເບິ່ງ: rc://*/ta/man/translate/figs-activepassive)

ກ່ອນເຂົາທີ່ຖືກຮັບຂຶ້ນໄປ.

ສາມາດຢູ່ໃນຮູບປະໂຫຍກທີ່ມີປະທານເປັນຜູ້ກະທຳ. ແປອີກຢ່າງວ່າ "ກ່ອນພຣະເຈົ້າຮັບເຂົາຂຶ້ນໄປ". (ເບິ່ງ: rc://*/ta/man/translate/figs-activepassive)

ເປັນເພາະຄວາມເຊື່ອທີ່ທຳໃຫ້ເອໂນກຖືກຮັບຂຶ້ນໄປເພື່ອເຂົາຈະບໍ່ໄດ້ເຫັນຄວາມຕາຍ.

ສາມາດຢູ່ໃນຮູບປະໂຫຍກທີ່ມີປະທານເປັນຜູ້ກະທຳ. ແປອີກຢ່າງວ່າ "ໂດຍຄວາມເຊື່ອທີ່ທຳໃຫ້ເອໂນກບໍ່ຕາຍເພາະພຣະເຈົ້າຮັບເຂົາຂຶ້ນໄປ". (ເບິ່ງ: rc://*/ta/man/translate/figs-activepassive)

ບັດນີ້ໂດຍປາດສະຈາກຄວາມເຊື່ອ.

ຄຳວ່າ "ບັດນີ້" ບໍ່ໄດ້ຫມາຍເຖິງ "ຊົ່ວຂະນະນີ້" ແຕ່ຖືກໃຊ້ເພື່ອດຶງດູດຄວາມສົນໃຈໃຫ້ມາຍັງປະເດັນທີ່ສຳຄັນທີ່ຕາມມາ.

ໃຜເຂົ້າມາເຝົ້າພຣະເຈົ້າ.

ຕ້ອງການນະມັດສະການພຣະເຈົ້າ ແລະ ເປັນປະຊາກອນຂອງພຣະອົງຖືກກ່າວວ່າເປັນເຫມືອນກັບການທີ່ບຸກຄົນນັ້ນເຂົ້າມາຫາພຣະເຈົ້າແທ້ຈິງ ແປອີກຢ່າງວ່າ "ໃຜທີ່ຕ້ອງການເປັນຂອງພຣະເຈົ້າ". (ເບິ່ງ: rc://*/ta/man/translate/figs-metaphor)

ຄົນເຫລົ່ານັ້ນທີ່ສະແຫວງຫາພຣະອົງ.

ການຮຽນຮູ້ກ່ຽວກັບພຣະເຈົ້າ ແລະ ການພະຍາຍາມເຊື່ອຟັງພຣະອົງ ຖືກກ່າວວ່າເປັນເຫມືອນກັບການທີ່ໃຜບາງຄົນສະແຫວງຫາເພື່ອພົບອີກບຸກຄົນຫນຶ່ງ. (ເບິ່ງ: rc://*/ta/man/translate/figs-metaphor)

ລາງວັນໃຫ້ກັບຄົນເຫລົ່ານັ້ນ

"ພຣະອົງໃຫ້ລາງວັນເຫລົ່ານັ້ນ"