lo_tn/heb/10/23.md

2.7 KiB

ຢືນຢັດຢ່າງຫມັ້ນຄົງໃນຄວາມຄາດຫວັງທີ່ເຕັມໄປດ້ວຍຄວາມຫມັ້ນໃຈຂອງພວກເຮົາ.

ຊຸດຂອງຄວາມເຊື່ອຕ່າງໆທີ່ບຸກຄົນຫນຶ່ງໄດ້ກ່າວຍອມຮັບຖືກກ່າວເຖິງວ່າເປັນເຫມືອນວັດຖຸຢ່າງຫນຶ່ງທີ່ບຸກຄົນສາມາດຢຶດຖືເອົາໄວ້ໃນມືຂອງພວກເຂົາໄດ້ ຄຳວ່າ "ຢືນຢັດຢ່າງຫມັ້ນຄົງ" ຫມາຍເຖິງ "ຕໍ່ເນື່ອງ" ແປອີກຢ່າງວ່າ "ຕໍ່ເນື່ອງໃນການບອກກັບຜູ້ຄົນວ່າເຮົາມີຄວາມຫມັ້ນໃຈເພາະເຮົາເຊື່ອວ່າພຣະເຈົ້າຈະກະທຳຕາມທີ່ພຣະອົງໄດ້ສັນຍາເອົາໄວ້". (ເບິ່ງ: rc://*/ta/man/translate/figs-metaphor)

ດ້ວຍການບໍ່ຫວັ່ນໄຫວ.

ການບໍ່ແນ່ໃຈກ່ຽວກັບບາງສິ່ງຖືກກ່າວເຖິງວ່າເປັນເຫມືອນກັບການທີ່ເຂົາກຳລັງຫວັ່ນໄຫວ ຫລື ເອນໄປເອນມາ ແປອີກຢ່າງວ່າ "ໂດຍປາສະຈາກການທີ່ເປັນຄົນບໍ່ຫມັ້ນໃຈ" ຫລື "ປາສະຈາກການສົງໃສ". (ເບິ່ງ: rc://*/ta/man/translate/figs-metaphor)

ຢ່າໃຫ້ພວກເຮົາປະການປະຊຸມກັນ.

ທ່ານສາມາດແປໃຫ້ຊັດເຈັນໄດ້ວ່າຜູ້ຄົນມາພົບກັນເພື່ອນະມັດສະການ ແປອີກຢ່າງວ່າ "ຢ່າໃຫ້ພວກເຮົາຢຸດການມາຮ່ວມກັນເພື່ອນະມັດສະການ". (ເບິ່ງ: rc://*/ta/man/translate/figs-explicit)

ເບິ່ງເຫັນວ່າວັນນັ້ນໃກ້ເຂົ້າມາເຖິງແລ້ວ.

ເວລາໃນອະນາຄົດຖືກກ່າວວ່າເປັນເຫມືອນກັບວັດຖຸທີ່ກຳລັງເຂົ້າມາໃກ້ຜູ້ເວົ້າ ຄຳວ່າ"ວັນນັ້ນ" ໃນທີ່ນີ້ຫມາຍເຖິງພຣະເຢຊູຈະສະເດັດກັບມາໃນໄວໆນີ້". (ເບິ່ງ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-metonymy]])