lo_tn/heb/10/17.md

3.2 KiB

ຂໍ້​ມູນ​ທົ່ວ​ໄປ

ຍັງຄົງຕໍ່ເນື່ອງກ່ຽວກັບຄຳອ້າງອີງຈາກຜູ້ເຜີຍພຣະຄຳເຢເຣມີຢາໃນພັນທະສັນຍາເດີມ.

ເຮົາຈະບໍ່ຈົດຈຳຄວາມບາບ ແລະ ຄວາມຊົ່ວຊ້າຂອງພວກເຂົາອີກຕໍ່ໄປ.

ນີ້ເປັນສ່ວນທີສອງຂອງຄຳພະຍານຂອງພຣະວິນຍານບໍຣິສຸດ (ເບິ່ງ10:15) ແປອີກຢ່າງວ່າ "ແລ້ວຕໍ່ມາພຣະອົງຈິ່ງຕັດສັ່ງວ່າ "ເຮົາຈະບໍ່ຈົດຈຳຄວາມຊົ່ວຊ້າຂອງພວກເຂົາອີກຕໍ່ໄປ". (ເບິ່ງ: rc://*/ta/man/translate/figs-explicit)

ເຮົາຈະບໍ່ຈົດຈຳຄວາມບາບ

"ເຮົາຈະບໍ່ຈົດຈຳຄວາມບາບຂອງພວກເຂົາອີກຕໍ່ໄປ" ຫລື "ເຮົາຈະບໍ່ຄິດເຖິງຄວາມບາບຂອງເຂົາອີກຕໍ່ໄປ"

ຄວາມບາບ ແລະ ຄວາມຊົ່ວຊ້າ.

ຄຳວ່າ "ຄວາມບາບ" ແລະ "ຄວາມຊົ່ວຊ້າ" ມີຄວາມຫມາຍເບື້ອງຕົ້ນທີ່ເຫມືອນກັນ ທັງສອງຄຳນີ້ລວມກັນເພື່ອເນັ້ນຢ້ຳເຖິງຄວາມບາບວ່າເປັນຄວາມຊົ່ວຮ້າຍ. ແປອີກຢ່າງວ່າ "ຄວາມບາບ ການກະທຳຊົ່ວຊ້າ" (ເບິ່ງ: rc://*/ta/man/translate/figs-doublet)

ບັດນີ້

ບໍ່ໄດ້ຫມາຍເຖິງ "ຂະນະນີ້" ແຕ່ໃຊ້ຄຳນີ້ເພື່ອຮຽກຄວາມສົນໃຈມາຍັງປະເດັນທີ່ສຳຄັນຕາມມາ.

ທີ່ມີການໃຫ້ອະໄພສຳລັບສິ່ງເຫລົ່ານີ້ແລ້ວ.

ສາມາດຂຽນໃຫມ່ໄດ້ເພື່ອຄຳວ່າ "ການໃຫ້ອະໄພ" ທີ່ເປັນນາມມະທໍາ ຈະຖືກໃຊ້ໃນຄຳກິລິຍາ"ໃຫ້ອະໄພ" ແປອີກຢ່າງວ່າ "ເມື່ອພຣະເຈົ້າໄດ້ໃຫ້ອະໄພສິ່ງເຫລົ່ານີ້ແລ້ວ". (ເບິ່ງ: rc://*/ta/man/translate/figs-abstractnouns)

ບໍ່ຈຳເປັນຕ້ອງມີເຄື່ອງບູຊາສຳລັບລົບບາບອີກຕໍ່ໄປ.

ສາມາດຂຽນໃຫມ່ເພື່ອຄຳວ່າ "ເຄື່ອງບູຊາ" ທີ່ເປັນນາມມະທໍາຢູ່ໃນຮູບຂອງຄຳກິລິຍາ "ຖວາຍເຄື່ອງບູຊາ". ແປອີກຢ່າງວ່າ "ປະຊາກອນບໍ່ຈຳເປັນມາຖວາຍເຄື່ອງບູຊາລົບບາບອີກຕໍ່ໄປ". (ເບິ່ງ: rc://*/ta/man/translate/figs-abstractnouns)