lo_tn/heb/09/11.md

2.9 KiB

ສິ່ງດີທັງຫຼາຍ.

ບໍ່ໄດ້ຫມາຍເຖິງສິ່ງຕ່າງໆທີ່ເປັນວັດຖຸ ແຕ່ຫມາຍເຖິງສິ່ງທີ່ດີຕ່າງໆທີ່ພຣະເຈົ້າໄດ້ສັນຍາເອົາໄວ້ໃນພັນທະສັນຍາໃຫມ່.

ອະພິວິສຸດສະຖານ.

ການຊົງສະຖິດຂອງພຣະເຈົ້າໃນສະຫວັນຖືກກ່າວວ່າເປັນ ເຫມືອນສະຖານທີ່ໆບໍລິສຸດທີ່ສຸດ ຫ້ອງຊັ້ນໃນສຸດຂອງຫໍເຕັນ. (ເບິ່ງ: rc://*/ta/man/translate/figs-metaphor)

ຂໍ້​ມູນ​ເຊື່ອມຕໍ່

ເປັນການອະທິບາຍເຖິງການບົວລະບັດໃນຫໍເຕັນພາຍໃຕ້ກົດບັນຍັດຂອງພຣະເຈົ້າ, ຜູ້ຂຽນທຳໃຫ້ເຂົ້າໃຈຊັດເຈັນວ່າ ການບົວລະບັດຂອງພຣະຄຣິດພາຍໃຕ້ພັນທະສັນຍາໃຫມ່ນັ້ນດີ ກ່ວາ ເພາະໄດ້ຮັບການປະທັບຕຣາໂດຍພຣະໂລຫິດຂອງພຣະອົງດີກ່ວາເພາະພຣະຄຣິດໄດ້ເຂົ້າໄປໃນ "ຫໍເຕັນ" ທີ່ແທ້ຈິງ ທີ່ເປັນການຊົງສະຖິດຂອງພຣະເຈົ້າພຣະອົງເອງໃນສະຫວັນແທນທີ່ຈະເປັນເຫມືອນມະຫາປະໂລຫິດອື່ນໆ ຄືເຂົ້າໄປໃນຫໍເຕັນບົນໂລກນີ້ຊຶ່ງເປັນພາບຈຳລອງທີ່ບໍ່ໄດ້ສົມບູນແບບ.

ຫໍເຕັນທີ່ສົມບູນແບບຫຼາຍກ່ວາແລະຍິ່ງໃຫຍ່ກ່ວາ.

ຫມາຍຄວາມວ່າເຕັນ ຫລື ພັບພາໃນສະຫວັນມີຄວາມສຳຄັນແລະ ສົມບູນແບບຫລາຍກ່ວາຫໍເຕັນເທິງໂລກນີ້.

ຊຶ່ງບໍ່ໄດ້ຖືກສ້າງດ້ວຍມືຂອງມະນຸດ.

ສາມາດຢູ່ໃນຮູບປະໂຫຍກທີ່ມີປະທານເປັນຜູ້ກະທຳ ແປອີກຢ່າງວ່າ "ທີ່ມືຂອງມະນຸດບໍ່ໄດ້ສ້າງ" (ເບິ່ງ: rc://*/ta/man/translate/figs-activepassive)

ມືຂອງມະນຸດ

ຄຳວ່າ "ມື" ໃນທີ່ນີ້ຫມາຍເຖິງມະນຸດທັງຫມົດ. ແປອີກຢ່າງວ່າ "ມະນຸດ". (ເບິ່ງ: rc://*/ta/man/translate/figs-synecdoche)