lo_tn/heb/08/10.md

2.7 KiB

ຂໍ້​ມູນ​ທົ່ວ​ໄປ

ນີ້ເປັນຄຳກ່າວອ້າງອີງມາຈາກຜູ້ເຜີຍພຣະວະຈະນະເຢເຣມີຢາ

ວົງວານອິສະຣະເອນ.

ຊາວອິສະຣາເອນຖືກກ່າວເຖິງວ່າເປັນເຫມືອນວົງວານຫນຶ່ງ ແປອີກຢ່າງວ່າ "ຊາວອິສະຣາເອນ". (ເບິ່ງ: rc://*/ta/man/translate/figs-metaphor)

ຫຼັງຈາກວັນເຫລົ່ານັ້ນ.

"ຫລັງຈາກເວລານັ້ນ"

ເຮົາຈະໃສ່ບົດບັນຍັດເຂົ້າໄປໃນຄວາມຄິດຈິດໃຈຂອງພວກເຂົາ.

ຄຳຮຽກຮ້ອງຂອງພຣະເຈົ້າຖືກກ່າວວ່າເປັນເຫມືອນກັບວັດຖຸຢ່າງຫນຶ່ງທີ່ສາມາດວາງເອົາໄວ້ໃນບາງທີ່ ຄວາມສາມາດໃນການຄິດຂອງປະຊາຊົນຖືກກ່າວວ່າ ເປັນເຫມືອນກັບສະຖານທີ່ແຫ່ງຫນຶ່ງ ແປອີກຢ່າງວ່າ "ເຮົາຈະທຳໃຫ້ພວກເຂົາສາມາດເຂົ້າໃຈບົດບັນຍັດຂອງເຮົາ". (ເບິ່ງ: rc://*/ta/man/translate/figs-metaphor)

ແລະເຮົາຈະຈາລຶກພວກມັນໄວ້ໃນບົນຫົວໃຈຂອງພວກເຂົາ

ຫົວໃຈຂອງປະຊາຊົນຖືກໃຫ້ເຫັນພາບວ່າເປັນສູນກາງຂອງຄວາມຈົງຮັກພັກດີຂອງພວກເຂົາຕໍ່ພຣະເຈົ້າ ໄດ້ຮັບການກ່າວເຖິງວ່າເປັນເຫມືອນກັບຫນ້າຂອງຫນັງສືທີ່ສາມາດຂຽນບັນທຶກລົງໄປໄດ້. ແປອີກຢ່າງວ່າ "ເຮົາຈະທຳໃຫ້ພວກເຂົາສາມາດເຊື່ອຟັງບົດບັນຍັດຂອງເຮົາດ້ວຍຄວາມຈິງໃຈ". (ເບິ່ງ: rc://*/ta/man/translate/figs-metaphor)

ເຮົາຈະເປັນພຣະເຈົ້າຂອງເຂົາ.

"ເຮົາຈະເປັນພຣະເຈົ້າທີ່ພວກເຂົານະມັດສະການ"

ພວກເຂົາຈະເປັນປະຊາກອນຂອງເຮົາ.

"ພວກເຂົາຈະເປັນປະຊາກອນທີ່ເຮົາຫ່ວງໃຍ"