lo_tn/heb/07/22.md

2.4 KiB

ຮັບຮອງ

"ຮັບປະກັນ" ຫລື "ແນ່ນອນ"

ຂໍ້​ມູນ​ເຊື່ອມຕໍ່

ຈາກນັ້ນຜູ້ຂຽນໃຫ້ການຮັບປະກັນຕໍ່ຜູ້ເຊື່ອຊາວຢິວເຫລົ່ານີ້ວ່າ ພຣະຄຣິດຊົງມີລະບອບປະໂລຫິດທີ່ດີກ່ວາເພາະພຣະອົງຊົງ ດຳລົງຢູ່ນິຣັນດອນ ແລະ ພວກປະໂລຫິດທີ່ສືບເຊື້ອສາຍມາຈາກອາໂຣນນັ້ນຕ້ອງຕາຍທຸກຄົນ.

ໃນທາງຫນຶ່ງ..ຕົງກັນຂ້າມກັບ.

ຄຳເວົ້າເຫລົ່ານີ້ຖືກໃຊ້ເພື່ອປຽບທຽບສອງສິ່ງ ໃນພາສາຂອງທ່ານອາດຈະມີຄຳທີ່ໃຊ້ເພື່ອເນັ້ນສິ່ງທີ່ຜູ້ຂຽນກຳລັງປຽບທຽບນີ້ໄດ້ ຫລື ທ່ານສາມາດລະເວັ້ນຄຳແປການແປຄຳວ່າ "ໃນທາງຫນຶ່ງ "ແຕ່ແປຄຳທີສອງຄື "ຕົງກັນຂ້າມກັບ" ໂດຍໃຊ້ຄຳ ງ່າຍໆຄືຄຳວ່າ "ແຕ່" ໄດ້.

ເນື່ອງຈາກຄວາມຕາຍໄດ້ຂັດຂວາງເຮັດໃຫ້ພວກເຂົາບໍ່ສາມາດເປັນໄດ້ຕໍ່ໄປ.

ສາມາດຢູ່ໃນຮູບປະໂຫຍກທີ່ມີປະທານເປັນຜູ້ກະທຳເອງ. ແປອີກຢ່າງວ່າ "ພວກເຂົາຕາຍ ແລະ ບໍ່ສາມາດເປັນໄດ້ຕໍ່ໄປ". (ເບິ່ງ: rc://*/ta/man/translate/figs-activepassive)

ພຣະອົງຈິ່ງເປັນປະໂລຫິດທີ່ຖາວອນ.

ການງານຂອງປະໂລຫິດຖືກກ່າວວ່າເປັນເຫມືອນກັບວັດຖຸທີ່ພຣະເຢຊູຊົງຄອບຄອງຢູ່ ຄຳເວົ້ານີ້ສາມາດຫລີກລ້ຽງຄຳທີ່ເປັນນາມມະທໍາ ແປອີກຢ່າງວ່າ "ພຣະອົງຊົງເປັນປະໂລຫິດຢ່າງຖາວອນ". (ເບິ່ງ: rc://*/ta/man/translate/figs-abstractnouns)