lo_tn/heb/07/07.md

2.7 KiB

ການທີ່ຜູ້ເລັກນ້ອຍໄດ້ຮັບການອວຍພອນຈາກຜູ້ໃຫຍ່.

ສາມາດຢູ່ໃນຮູບປະໂຫຍກທີ່ມີປະທານເປັນຜູ້ກະທຳເອງ. ແປອີກຢ່າງໄດ້ວ່າ "ບຸກຄົນທີ່ມີຄວາມສຳຄັນຫລາຍອວຍພອນຜູ້ທີ່ມີຄວາມສຳຄັນນ້ອຍກ່ວາ". (ເບິ່ງ: rc://*/ta/man/translate/figs-activepassive)

ໃນກໍລະນີ..ໃນກໍລະນີເຊັ່ນນັ້ນ.

ຄຳເວົ້າເຫລົ່ານີ້ຖືກໃຊ້ເພື່ອປຽບທຽບພວກປະໂລຫິດຂອງເລວີກັບເມນຄີເຊເດັກ ພາສາຂອງທ່ານອາດຈະມີວິທີການເນັ້ນໃນສິ່ງຜູ້ຂຽນກຳລັງປຽບທຽບໄດ້.

ໄດ້ຮັບການພິສູດຢືນຢັນວ່າເຂົາເປັນຜູ້ມີຊີວິດຢູ່.

ບໍ່ເຄີຍມີການບັນທຶກເອົາໄວ້ຢ່າງຊັດເຈນໃນພຣະຄຳພີວ່າເມນຄີເຊເດັກເສຍຊີວິດ ຫລື ບໍ່ ຜູ້ຂຽນພຣະຄຳເຮັບເຣີກ່າວເຖິງຂໍ້ມູນທີ່ຂາດຫານໄປໃນຈຸດນີ້ກ່ຽວກັບການຕາຍຂອງເມນຄີເຊເດັກດ້ວຍການກ່າວໃນເຊີງບວກວ່າເຂົາອາດຍັງຄົງມີຊີວິດຢູ່. ປະໂຫຍກນີ້ສາມາດຢູ່ໃນຮູບປະໂຫຍກທີ່ມີປະທານເປັນຜູ້ກະທຳ. ແປອີກຢ່າງວ່າ "ພຣະຄັມພີສະແດງໃຫ້ເຫັນວ່າເຂົາຍັງມີຊີວິດຢູ່". (ເບິ່ງ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-activepassive]])

ຄົນເລວີກໍຢູ່ໃນສາຍບັນພະບຸຣຸດຂອງເຂົາ.

ຕັ້ງແຕ່ເລວີຍັງບໍ່ໄດ້ຖືກຳເນີດ ຜູ້ຂຽນກ່າວວ່າເຂົາຄົງຢູ່ໃນກາຍຂອງອັບຣາຮາມ, ໃນເລື່ອງນີ້ຜູ້ຂຽນໄດ້ໂຕ້ແຍ້ງວ່າເລວີໄດ້ຖວາຍສິບລົດໃຫ້ແກ່ເມນຄີເຊເດັກໂດຍຜ່ານທາງອັບຣາຮາມ. (ເບິ່ງ: rc://*/ta/man/translate/figs-metaphor)