lo_tn/heb/07/04.md

3.5 KiB

ຂໍ້​ມູນ​ເຊື່ອມຕໍ່

ຜູ້ຂຽນກ່າວວ່າລະບອບປະໂລຫິດຂອງເມນຄີເຊເດັກດີກ່ວາລະບອບປະໂລຫິດຂອງອາໂຣນ ແລ້ວຈາກນັ້ນຈິ່ງເຕືອນພວກເຂົາໃຫ້ລະນຶກເຖິງວ່າລະບອບປະໂລຫິດຂອງອາໂຣນບໍ່ໄດ້ທຳໃຫ້ສິ່ງໃດສົມບູນໄດ້.

ຂອງຜູ້ນີ້ເຖີດ.

ຂອງເມນຄີເຊເດັກເຖີດ

ໃນທາງຫນຶ່ງ..ແຕ່ຕົງກັນຂ້າມ.

ຄຳເວົ້າເຫລົ່ານີ້ຖືກໃຊ້ເພື່ອປຽບທຽບສອງສິ່ງພາສາຂອງທ່ານອາດມີຄຳທີ່ໃຊ້ເນັ້ນໃນສິ່ງທີ່ຜູ້ຂຽນກຳລັງປຽບທຽບ ຫລື ທ່ານສາມາດລະເວັ້ນຄຳວ່າ "ໃນທາງຫນຶ່ງ" ແລະແປຄຳວ່າ "ແຕ່ຕົງກັນຂ້າມ" ດ້ວຍຄຳງ່າຍໆວ່າ "ແຕ່".

ບັນດາບຸດຂອງເລວີຜູ້ຮັບຖານະເປັນປະໂລຫິດ.

ຜູ້ຂຽນກ່າວສິ່ງນີ້ເພາະບໍ່ແມ່ນບຸດຂອງເລວີທຸກຄົນທີ່ໄດ້ເປັນປະໂລຫິດ. ແປອີກຢ່າງວ່າ "ເຊື້ອສາຍຂອງເລວີຜູ້ທີ່ໄດ້ກາຍມາເປັນປະໂລຫິດ". (ເບິ່ງ: rc://*/ta/man/translate/figs-distinguish)

ຈາກປະຊາຊົນ

"ຈາກປະຊາຊົນຊາວອິສະຣາເອນ"

ຈາກພວກພີ່ນ້ອງຂອງພວກເຂົາ.

ຄຳວ່າ "ພວກພີ່ນ້ອງ" ໃນທີ່ນີ້ຫມາຍຄວາມວ່າພວກເຂົາທັງຫມົດມີຄວາມກ່ຽວຂ້ອງກັນຜ່ານທາງອັບຣາຮາມ. ແປອີກຢ່າງວ່າ "ຈາກພວກຍາດພີ່ນ້ອງຂອງເຂົາ".

ພວກເຂົາຈະມາຈາກເຊື້ອສາຍທາງກາຍຂອງອັບຣາຮາມດ້ວຍກໍຕາມ.

ນີ້ເປັນວິທີການກ່າວວ່າພວກເຂົາເປັນເຊື້ອສາຍຂອງອັບຣາຮາມ. ແປອີກຢ່າງວ່າ "ພວກເຂົາເປັນເຊື້ອສາຍຂອງອັບຣາຮາມດ້ວຍເຊັ່ນກັນ". (ເບິ່ງ: rc://*/ta/man/translate/figs-metaphor)

ຜູ້ທີ່ບໍ່ໄດ້ສືບເຊື້ອສາຍມາຈາກພວກເຂົາ

"ຜູ້ທີ່ບໍ່ໄດ້ເປັນເຊື້ອສາຍຂອງເລວີ"

ຜູ້ທີ່ໄດ້ຮັບພຣະສັນຍານັ້ນ.

ສິ່ງຕ່າງໆທີ່ພຣະເຈົ້າສັນຍາວ່າຈະທຳເພື່ອອັບຣາຮາມນັ້ນຖືກກ່າວວ່າເປັນເຫມືອນກັບວັດຖຸທີ່ເຂົາສາມາດຄອບຄອງໄດ້. ແປອີກຢ່າງວ່າ ຜູ້ທີ່ພຣະເຈົ້າກ່າວຄຳສັນຍາຂອງພຣະອົງຕໍ່ເຂົາ". (ເບິ່ງ: rc://*/ta/man/translate/figs-metaphor)