lo_tn/heb/06/19.md

4.2 KiB

ສະຫມໍທີ່ປອດພັຍ ແລະ ເຊື່ອໃຈໄດ້.

ຄຳວ່າ "ປອດພັຍ" ແລະ "ເຊື່ອໃຈໄດ້" ມີຄວາມຫມາຍພື້ນຖານທີ່ເຫມືອນກັນ ແລະ ເນັ້ນເຖິງຄວາມເຊື່ອໃຈໄດ້ຂອງສະຫມໍ. ແປໄດ້ອີກຢ່າງວ່າ "ສະຫມໍທີ່ເຊື່ອໃຈໄດ້ຢ່າງເຕັມທີ່". (ເບິ່ງ: rc://*/ta/man/translate/figs-doublet)

ຂໍ້​ມູນ​ເຊື່ອມຕໍ່

ເມື່ອຈົບການຕັກເຕືອນຄັ້ງທີສາມ ແລະ ຫນູນໃຈຜູ້ເຊື່ອທັງຫລາຍ ຜູ້ຂຽນຂອງຊາວເຮັບເຣີຍັງຄົງປຽບທຽບພຣະເຢຊູເຫມືອນກັບເປັນປະໂລຫິດຕໍ່ເມຄີເຊເດັກ.

ເຫມືອນສະຫມໍທີ່ປອດພັຍ ແລະ ເຊື່ອໃຈໄດ້ສຳລັບຈິດວິນຍານຂອງພວກເຮົາ.

ເຫມືອນກັບສະຫມໍເຮືອທີ່ປົກປ້ອງກັນບໍ່ໃຫ້ເຮືອລອຍອອກໄປໃນກາງທະເລ ພຣະເຢຊູຊົງປົກປ້ອງພວກເຮົາໃຫ້ປອດພັຍຢູ່ໃນການຊົງສະຖິດຂອງພຣະອົງ. ແປອີກຢ່າງວ່າ "ທີ່ເປັນຕົ້ນເຫດໃຫ້ພວກເຮົາມີຊີວິດຢ່າງປອດພັຍໃນການຊົງສະຖິດຂອງພຣະເຈົ້າ". (ເບິ່ງ: rc://*/ta/man/translate/figs-metaphor)

ເປັນຄວາມຫມັ້ນໃຈເພື່ອຈະເຂົ້າໄປຍັງສະຖານດ້ານໃນຫລັງຜ້າມ່ານນັ້ນ.

ຄວາມຫມັ້ນໃຈຖືກກ່າວວ່າເປັນເຫມືອນກັບບຸກຄົນຫນຶ່ງທີ່ສາມາດເຂົ້າໄປໃນສະຖານທີ່ອັນບໍຣິສຸດຂອງພຣະວິຫານໄດ້. (ເບິ່ງ: rc://*/ta/man/translate/figs-personification)

ສະຖານດ້ານໃນ.

ນີ້ຄືສະຖານທີ່ອັນບໍຣິສຸດທີ່ສຸດໃນພຣະວິຫານ ເປັນສະຖານທີ່ໆມີພຣະເຈົ້າຊົງສຳແດງການສະຖິດຢູ່ຢ່າງແຮງກ້າຕໍ່ປະຊາກອນຂອງພຣະອົງ ໃນພຣະຄັມພີຕອນນີ້,ສະຖານທີ່ນີ້ ຫມາຍເຖິງສະຫວັນ ແລະ ທ້ອງພຣະໂຮງຂອງພຣະເຈົ້າ.

ຜູ້ບຸກເບີກສຳລັບພວກເຮົາ.

ຄວາມຈິງທີ່ພຣະເຢຊູຕາຍ ແລະ ຟື້ນຂຶ້ນມາອີກຄັ້ງ ແລະ ທີ່ພຣະອົງຊົງປະທັບຢູ່ກັບພຣະເຈົ້າພຣະບິດາໃນເວລານີ້ຊີ້ໃຫ້ເຫັນວ່າພວກເຮົາທີ່ເຊື່ອໃນພຣະອົງ ຈະມີປະສົບການຢ່າງດຽວກັນນີ້ ພຣະເຢຊູຖືກກ່າວໃນທີ່ນີ້ວ່າເປັນເຫມືອນໃຜບາງຄົນທີ່ແລ່ນໄປຂ້າງຫນ້າພວກເຮົາ ແລະ ເຮົາກຳລັງແລ່ນຕາມເຂົາຢູ່. ແປອີກຢ່າງວ່າ "ໃນຖານະຜູ້ຫນຶ່ງທີ່ໄປຂ້າງຫນ້າພວກເຮົາ". (ເບິ່ງ: rc://*/ta/man/translate/figs-metaphor)

ຕາມແບບເມຄີເຊເດັກ

ຫມາຍເຖິງພຣະຄຣິດຊົງເປັນປະໂລຫິດທີ່ມີສິ່ງຕ່າງໆເຫມືອນກັນກັບເມຄີເຊເດັກ. ແປອີກຢ່າງວ່າ "ໃນການເປັນປະໂລຫິດແບບດຽວກັນກັບເມຄີເຊເດັກ"