lo_tn/heb/06/16.md

3.9 KiB

ຜູ້ຮັບມໍຣະດົກຕາມພຣະສັນຍາ

ຜູ້ຄົນທີ່ພຣະເຈົ້າໄດ້ຊົງກະທຳພັນທະສັນຍາຕໍ່ພວກເຂົາຖືກກ່າວວ່າເປັນເຫມືອນກັບຜູ້ຮັບມໍຣະດົກຊັບສິນ ແລະ ຄວາມມັ່ງຄັ່ງຈາກຄົນໃນຄອບຄົວ. ແປອີກຢ່າງວ່າ "ຕໍ່ຄົນເຫລົ່ານັ້ນທີ່ຈະຮັບສິ່ງທີ່ພຣະອົງໄດ້ຊົງສັນຍາໄວ້". (ເບິ່ງ: rc://*/ta/man/translate/figs-metaphor)

ເພື່ອສິ່ງທີ່ບໍ່ສາມາດປ່ຽນແປງໄດ້ສອງຢ່າງ.

ຫມາຍຄວາມວ່າພຣະສັນຍາຂອງພຣະເຈົ້າ ແລະ ຄຳປະຕິຍານຂອງພຣະເຈົ້າທັງສອງສິ່ງບໍ່ເຄີຍປ່ຽນແປງ.

ພຣະເຈົ້າບໍ່ສາມາດຕົວະໄດ້.

ປະໂຫຍກປະຕິເສດຊ້ອນປະຕິເສດນີ້ສາມາດມີຄວາມຫມາຍວ່າພຣະເຈົ້າຈະບອກຄວາມຈິງກ່ຽວກັບສະຖານະການນີ້. ແປອີກຢ່າງວ່າ "ພຣະເຈົ້າຊົງເວົ້າຄວາມຈິງສະເຫມີ". (ເບິ່ງ: rc://*/ta/man/translate/figs-doublenegatives)

ກັບພວກເຮົາທີ່ຫນີເຂົ້າມາລີ້ໄພ.

ຜູ້ເຊື່ອທັງຫລາຍຜູ້ທີ່ໄວ້ວາງໃຈໃນພຣະເຈົ້າວ່າພຣະອົງຈະປົກປ້ອງພວກເຂົາ ຖືກກ່າວເຖິງວ່າເປັນເຫມືອນການແລ່ນເຂົ້າໄປໃນທີ່ໆປອດໄພ ແປອີກຢ່າງວ່າ "ກັບພວກເຮົາທີ່ໄດ້ໄວ້ວາງໃຈໃນພຣະອົງ". (ເບິ່ງ: rc://*/ta/man/translate/figs-metaphor)

ຈະໄດ້ມີກຳລັງໃຈຢ່າງເຂັ້ມແຂງເພື່ອຢຶດຫມັ້ນຢ່າງເຕັມທີ່ໃນຄວາມເຊື່ອຫມັ້ນທີ່ໄດ້ວາງໄວ້ຕໍ່ຫນ້າພວກເຮົານີ້.

ໄວ້ວາງໃຈໃນພຣະເຈົ້າຖືກກ່າວເຖິງວ່າເປັນເຫມືອນກັບວັດຖຸຢ່າງຫນຶ່ງທີ່ສາມາດປາກົດຢູ່ຕໍ່ຫນ້າບຸກຄົນຫນຶ່ງ ແລະ ບຸກຄົນນັ້ນສາມາດຈັບຢຶດສິ່ງນັ້ນເອົາໄວ້ໄດ້. ແປອີກຢ່າງວ່າ "ຈະຍັງຄົງໄວ້ວາງໃຈໃນພຣະເຈົ້າເຫມືອນຢ່າງທີ່ພຣະອົງຊົງຫນູນໃຈໃຫ້ພວກເຮົາທຳນັ້ນ". (ເບິ່ງ: rc://*/ta/man/translate/figs-metaphor)

ທີ່ໄດ້ວາງໄວ້ຕໍ່ຫນ້າພວກເຮົານີ້.

ສາມາດຢູ່ໃນຮູບປະໂຫຍກທີ່ມີປະທານເປັນຜູ້ກະທຳ .ແປໄດ້ອີກຢ່າງວ່າ "ທີ່ພຣະເຈົ້າໄດ້ວາງໄວ້ຕໍ່ຫນ້າພວກເຮົາ"(ເບິ່ງ: rc://*/ta/man/translate/figs-activepassive)

ຕາມພຣະປະສົງທີ່ບໍ່ປ່ຽນແປງຂອງພຣະອົງນັ້ນ

"ວ່າຈຸດປະສົງຂອງພຣະອົງຈະບໍ່ປ່ຽນແປງ" ຫລື "ທີ່ພຣະອົງຈະເຮັດສິ່ງທີ່ເວົ້າວ່າພຣະອົງຈະເຮັດຢູ່ສະເຫນີ".