lo_tn/heb/06/07.md

3.0 KiB

ແຜ່ນດິນທີ່ດູດຮັບນ້ຳຝົນທີ່ຕົກລົງມາ.

ພື້ນທີ່ປູກຝັງທີ່ໄດ້ຮັບຜົນປະໂຫຍດຈາກຝົນຈຳນວນມາກ ຖືກກ່າວວ່າເປັນເຫມືອນບຸກຄົນຫນຶ່ງທີ່ດູູດນ້ຳຝົນ.ແປໄດ້ອີກຢ່າງວ່າ"ແຜ່ນດິນທີ່ດູດຊັບນ້ຳຝົນ"(ເບິ່ງ: rc://*/ta/man/translate/figs-personification)

ໃຫ້ກຳເນີດພືດຜົນ

ພື້ນທີ່ເພາະປູກທີ່ໃຫ້ຜົນຜະລິດຖືກກ່າວວ່າເປັນເຫມືອນການກຳເນີດພືດຜົນ ແປອີກຢ່າງວ່າ "ພືດຜົນຈາກພືດນັ້ນ"(ເບິ່ງ rc://*/ta/man/translate/figs-personification)

ຕໍ່ຄົນທີ່ທຳງານເທິງແຜ່ນດິນນັ້ນ.

ສາມາດຢູ່ໃນຮູບປະໂຫຍກທີ່ມີປະທານເປັນຜູ້ກະທຳໄດ້,ແປອີກຢ່າງວ່າ"ຕໍ່ຄົນເຫລົ່ານັ້ນທີ່ມີໃຜບາງຄົນຈັດຕຽມແຜ່ນດິນໃຫ້"(ເບິ່ງ: rc://*/ta/man/translate/figs-activepassive)

ແຜ່ນດິນທີ່ໄດ້ຮັບພຣະພອນຈາກພຣະເຈົ້າ.

ຝົນ ແລະ ພືດຜົນຖືກມອງວ່າເປັນການພິສູດວ່າພຣະເຈົ້າໄດ້ຊົງຊ່ວຍເຫລືອພື້ນທີ່ເພາະປູກນັ້ນ,ພື້ນທີ່ເພາະປູກຖືກກ່າວເຖິງວ່າເປັນເຫມືອນກັບບຸກຄົນຫນຶ່ງ ທີ່ສາມາດຮັບພຣະພອນຂອງພຣະເຈົ້າ(ເບິ່ງ: rc://*/ta/man/translate/figs-personification)

ພຣະພອນຈາກພຣະເຈົ້າ

ຄຳວ່າ "ພຣະພອນ" ໃນທີ່ນີ້ຫມາຍເຖິງການຊ່ວຍເຫລືອຈາກພຣະເຈົ້າ ບໍ່ແມ່ນຖ້ອຍຄຳທີ່ຖືກກ່າວອອກມາ.

ຢູ່ໃກ້ຄຳສາບແຊ່ງ

ຄຳເວົ້ານີ້ກ່າວເຖິງ "ຄຳສາບແຊ່ງ" ວ່າເປັນສະຖານທີ່ໆບຸກຄົນຫນຶ່ງສາມາດເຂົ້າໃກ້ໄດ້ ແປອີກຢ່າງວ່າ"ຢູ່ໃນອັນຕະລາຍຂອງການແຊ່ງສາບຂອງພຣະເຈົ້າ"(ເບິ່ງ: rc://*/ta/man/translate/figs-metaphor)

ໃນທີ່ສຸດມັນກໍຈະຖືກເຜົາຖິ້ມ

ພຣະເຈົ້າຈະສາບແຊ່ງທຸກສິ່ງໃນທົ່ງນານັ້ກໍໃຫ້ຖືກເຜົາຖິ້ມ.