lo_tn/heb/06/04.md

4.8 KiB

ຊິມຣົດຊາດຂອງປະທານຈາກສະຫວັນ

ການມີປະສົບການກັບຄວາມລອດຖືກກ່າວວ່າເປັນເຫມືອນການຊີມຣົດຊາດອາຫານ. ແປອີກຢ່າງວ່າ "ມີປະສົບການກັບຣິດເດດແຫ່ງການຊ່ອຍໃຫ້ລອດຂອງພຣະເຈົ້າ". (ເບິ່ງ: rc://*/ta/man/translate/figs-metaphor)

ຊີມຣົດຊາດຖ້ອຍຄຳອັນດີງາມຂອງພຣະເຈົ້າ.

ການຮຽນຮູ້ພຣະຄຳຂອງພຣະເຈົ້າຖືກກ່າວວ່າເປັນເຫມືອນການຊີມຣົດຊາດອາຫານ. ແປໄດ້ອີກຢ່າງວ່າ "ໄດ້ຮຽນຮູ້ຖ້ອຍຄຳອັນດີງາມຂອງພຣະເຈົ້າ". (ເບິ່ງ: rc://*/ta/man/translate/figs-metaphor)

ພວກເຂົາໄດ້ຄຶງພຣະບຸດຂອງພຣະເຈົ້າເພື່ອຕົວຂອງພວກເຂົາເອງອີກຄັ້ງ.

ເມື່ອຜູ້ຄົນຫັນຫນີຈາກພຣະເຈົ້າ ກໍເປັນເຫມືອນການທີ່ພວກເຂົາຄຶງພຣະເຢຊູອີກຄັ້ງ. (ເບິ່ງ: rc://*/ta/man/translate/figs-metaphor)

ຄົນເຫລົ່ານັ້ນທີ່ເຄີຍໄດ້ຮັບຄຳສອນມາແລ້ວ

ຄວາມເຂົ້າໃຈຖືກກ່າວວ່າເປັນເຫມືອນແບບການສ່ອງສະຫວ່າງ. ແປອີກຢ່າງວ່າ "ຄົນເຫລົ່ານັ້ນທີ່ຄັ້ງຫນຶ່ງເຄີຍເຂົ້າໃຈຂ່າວສານກ່ຽວກັບພຣະຄຣິດ"(ເບິ່ງ: rc://*/ta/man/translate/figs-metaphor)

ມີສ່ວນຮ່ວມກັບພຣະວິນຍານບໍຣິສຸດ.

ພຣະວິນຍານບໍຣິສຸດຜູ້ທີ່ມາເຖິງຜູ້ເຊື່ອທັງຫລາຍຖືກກ່າວວ່າເປັນເຫມືອນວັດຖຸທີ່ຜູ້ຄົນສາມາດແບ່ງປັນໃຫ້ກັນໄດ້ ແປອີກຢ່າງວ່າ"ໄດ້ຮັບພຣະວິນຍານບໍຣິສຸດ"(ເບິ່ງ: rc://*/ta/man/translate/figs-metaphor)

ພະລັງຂອງຍຸກທີ່ຈະມາເຖິງ

ຫມາຍເຖິງຣິດເດດຂອງພຣະເຈົ້າເມື່ອຮາຊະອານາຈັກຂອງພຣະອົງປາກົດຢ່າງເຕັມທີ່ໃນໂລກນີ້.ໃນປະໂຫຍກນີ້ຄຳວ່າ"ພະລັງຕ່າງ" ຫມາຍເຖິງພຣະເຈົ້າພຣະອົງເອງຜູ້ທີ່ຍຶດຄອງອຳນາດທຸກຢ່າງເອົາໄວ້ ແປອີກຢ່າງວ່າ"ຮຽນຮູ້ວິທີການທີ່ພຣະເຈົ້າຈະຊົງທຳງານຢ່າງເຕັມໄປດ້ວຍຣິດອຳນາດໃນອະນາຄົດ"(ເບິ່ງ rc://*/ta/man/translate/figs-metonymy)

ແຕ່ຄົນທີ່ລົ້ມລົງແລ້ວນັ້ນ.

ການສູນເສຍຄວາມສັດຊື່ທັງຫມົດຕໍ່ພຣະເຈົ້າຖືກກ່າວວ່າເປັນການລົ້ມລົງໃນຝ່າຍກາຍະພາບ,ແປອີກຢ່າງວ່າ"ຄົນທີ່ຢຸດເຊື່ອໃນພຣະເຈົ້າແລ້ວນັ້ນ"(ເບິ່ງ: rc://*/ta/man/translate/figs-metaphor)

ພວກເຂົາໄດ້ຄຶງພຣະບຸດຂອງພຣະເຈົ້າເພື່ອຕົວພວກເຂົາເອງອີກຄັ້ງ.

ເມື່ອຜູ້ຄົນຫັນຫນີຈາກພຣະເຈົ້າ ກໍເປັນເຫມືອນກັບການທີ່ພວກເຂົາຄຶງພຣະເຢຊູອີກຄັ້ງຫນຶ່ງ. ແປໄດ້ອີກຢ່າງວ່າ"ເປັນເຫມືອນກັບການທີ່ພວກເຂົາຄຶງພຣະບຸດຂອງພຣະເຈົ້າອີກຄັ້ງ"(ເບິ່ງ: rc://*/ta/man/translate/figs-metaphor)

ພຣະບຸດຂອງພຣະເຈົ້າ

ນີ້ແມ່ນຫົວຂໍ້ສຳຄັນສຳລັບພະເຢຊູເຊິ່ງພັນລະນາເຖິງຄວາມ ສຳພັນຂອງພຣະອົງກັບພະເຈົ້າ. (ເບິ່ງ: Guidance_sonofgodprinciples)