lo_tn/heb/05/12.md

3.2 KiB

ຫລັກການເບື້ອງຕົ້ນ

ຄຳວ່າ "ຫລັກການ" ນີ້ຫມາຍເຖິງແນວທາງຫນຶ່ງ ຫລື ມາດຕະຖານສຳລັບການຕັດສິນໃຈ. ແປອີກຢ່າງວ່າ "ຄວາມຈິງເບື້ອງຕົ້ນ".

ພວກເຈົ້າຕ້ອງການນ້ຳນົມ

ຄຳສອນກ່ຽວກັບພຣະເຈົ້າທີ່ງ່າຍຕໍ່ການເຂົ້າໃຈຖືກກ່າວວ່າເປັນເຫມືອນກັບນ້ຳນົມ ຊຶ່ງເປັນອາຫານພຽງຢ່າງດຽວທີ່ເດັກເເຣກເກີດສາມາດດື່ມໄດ້. ແປອີກຢ່າງວ່າ "ພວກທ່ານໄດ້ກາຍເປັນເຫມືອນເດັກເເຣກເກີດທີ່ສາມາດດື່ມໄດ້ແຕ່ນົມເທົ່ານັ້ນ". (ເບິ່ງ: rc://*/ta/man/translate/figs-metaphor)

ບໍ່ແມ່ນອາຫານແຂງ

ຄຳສອນກ່ຽວກັບພຣະເຈົ້າທີ່ຍາກຕໍ່ການເຂົ້າໃຈຖືກກ່າວວ່າເປັນເຫມືອນກັບອາຫານແຂງ ຊຶ່ງເຫມາະສົມສຳລັບຜູ້ໃຫຍ່. ແປອີກຢ່າງວ່າ "ແທນທີ່ຈະເປັນອາຫານແຂງຜູ້ໃຫຍ່ສາມາດກິນໄດ້". (ເບິ່ງ: rc://*/ta/man/translate/figs-metaphor)

ດື່ມນ້ຳນົມ

ຄຳວ່າ "ຮັບ" ຫມາຍເຖິງ "ດື່ມ" ແປອີກຢ່າງວ່າ "ດື່ມນ້ຳນົມ".(ເບິ່ງ: rc://*/ta/man/translate/figs-metonymy)

ເພາະວ່າເຂົາເປັນພຽງເດັກນ້ອຍ

ຄຳນີ້ກຳລັງເວົ້າເຖິງຜູ້ເຊື່ອຄົນຫນຶ່ງທີ່ສາມາດເຂົ້າໃຈພຽງຄຳສອນງ່າຍໆໃນເລື່ອງຂ່າວປະເສີດວ່າເປັນເຫມືອນກັບເດັກເເຣກເກີດນ້ອຍໆຄົນຫນຶ່ງ. (ເບິ່ງ: rc://*/ta/man/translate/figs-metaphor)

ຄົນທີ່ຄວາມເປັນຜູ້ໃຫຍ່ທຳໃຫ້ພວກເຂົາມີຄວາມເຂົ້າໃຈທີ່ຝຶກຝົນພວກເຂົາໃຫ້ແຍກແຍະສິ່ງດີອອກຈາກສິ່ງຊົ່ວໄດ້

ຜູ້ຄົນໄດ້ຮັບການຝຶກຝົນເພື່ອຈະມີຄວາມເຂົ້າໃຈເຖິງບາງສິ່ງບາງຢ່າງນັ້ນຖືກກ່າວເຖິງວ່າເປັນຄວາມສາມາດໃນຄວາມເຂົ້າໃຈທີ່ໄດ້ຮັບການຝຶກຝົນມາ. ແປອີກຢ່າງວ່າ "ຄົນທີ່ເປັນຜູ້ໃຫຍ່ສາມາດແຍກແຍະລະຫວ່າງຄວາມດີ ແລະ ຄວາມຊົ່ວໄດ້". (ເບິ່ງ: rc://*/ta/man/translate/figs-metonymy)