lo_tn/heb/05/09.md

4.3 KiB

ຂໍ້​ມູນ​ເຊື່ອມຕໍ່

ໃນຂໍ້ 11 ຜູ້ຂຽນເລີ່ມຕົ້ນເຕືອນຄັ້ງທີສາມຂອງເຂົາ ເຂົາເຕືອນໃຫ້ຜູ້ເຊື່ອເຫລົ່ານີ້ທີ່ຍັງຄົງບໍ່ເປັນຜູ້ໃຫຍ່ ແລະ ຫນູນໃຈໃຫ້ພວກເຂົາຮຽນຮູ້ພຣະຄຳຂອງພຣະເຈົ້າເພື່ອພວກເຂົາຈະສາມາດແຍກແຍະສິ່ງທີ່ຖືກຕ້ອງອອກຈາກສິ່ງທີ່ຜິດໄດ້.

ພຣະອົງໄດ້ຖືກເຮັດໃຫ້ສົມບູນ

ສາມາດຢູ່ໃນຮູບປະໂຫຍກທີ່ມີປະທານເປັນຜູ້ກະທຳເອງ. ແປອີກຢ່າງວ່າ "ພຣະເຈົ້າຊົງກະທຳໃຫ້ພຣະອົງເອງສົມບູນແບບ".(ເບິ່ງ: rc://*/ta/man/translate/figs-activepassive)

ຖືກເຮັດໃຫ້ສົມບູນ

ຫມາຍເຖິງທຳໃຫ້ເປັນຜູ້ໃຫຍ່ ສາມາດຖວາຍກຽດຕິຍົດແດ່ພຣະເຈົ້າໄດ້ໃນທຸກດ້ານຂອງຊີວິດ.

ໄດ້ເປັນຕົ້ນເຫດແຫ່ງຄວາລອດນິຣັນດອນສຳລັບທຸກຄົນທີ່ເຊື່ອຟັງພຣະອົງ

ຄຳນາມທີ່ເປັນນາມມະທໍາຄຳວ່າ "ຄວາມລອດ" ສາມາດກ່າວໃນຮູບຂອງຄຳກິລິຍາໄດ້. ແປອີກຢ່າງວ່າ "ບັດນີ້ພຣະອົງຊ່ວຍທຸກຄົນທີ່ເຊື່ອຟັງພຣະອົງໃຫ້ລອດ ແລະ ເປັນຕົ້ນເຫດໃຫ້ພວກເຂົາມີຊີວິດຢູ່ຊົ່ວນິລັນດອນ". (ເບິ່ງ: rc://*/ta/man/translate/figs-abstractnouns)

ພຣະອົງໄດ້ຮັບການອອກແບບໂດຍພຣະເຈົ້າ

ສາມາດຢູ່ໃນຮູບປະໂຫຍກທີ່ມີປະທານເປັນຜູ້ກະທຳເອງ. ແປອີກຢ່າງວ່າ "ພຣະເຈົ້າໄດ້ຊົງອອກແບບພຣະອົງ" ຫລື "ພຣະເຈົ້າໄດ້ຊົງແຕ່ງຕັ້ງພຣະອົງ". (ເບິ່ງ: rc://*/ta/man/translate/figs-activepassive)

ຕາມແບບເມຄີເຊເດັກ

ຫມາຍເຖິງພຣະຄຣິດເປັນປະໂລຫິດທີ່ມີສິ່ງຕ່າງໆເຫມືອນກັນກັບເມຄີ ເຊເດັກ. ແປອີກຢ່າງວ່າ "ໃນການເປັນປະໂລຫິດແບບດຽວກັນກັບເມຄີເຊເດັກ".

ຍັງມີອີກຫລາຍຢ່າງທີ່ເຮົາຈະເວົ້າ

ເຖິງແມ່ນວ່າຜູ້ຂຽນໃຊ້ຄຳສັບພະນາມພະຫຸພົດວ່າ "ພວກເຮົາ" ແຕ່ເຂົາມັກຈະກ່າວເຖິງຕົວຂອງເຂົາເອງຫລາຍກ່ວາ. ແປອີກຢ່າງວ່າ "ຍັງມີອີກຫລາຍທີ່ຂ້າພະເຈົ້າຈະເວົ້າ". (ເບິ່ງ: rc://*/ta/man/translate/figs-pronouns)

ພວກທ່ານໄດ້ກາຍເປັນຄົນທີ່ເສື່ອຍຊ້າໃນການຟັງແລ້ວ

ຄວາມສາມາດໃນການເຂົ້າໃຈ ແລະ ເຊື່ອຟັງຖືກກ່າວວ່າເປັນຄວາມສາມາດໃນການຟັງ ແລະ ຄວາມສາມາດໃນການຟັງຖືກກ່າວວ່າເປັນອຸປະກອນທີ່ເປັນໂລຫະທີ່ບໍ່ຄົມທີ່ນຳມາໃຊ້ບໍ່ໄດ້ແລ້ວ. ແປອີກຢ່າງວ່າ "ພວກທ່ານມີບັນຫາຫລາຍໃນເລື່ອງຄວາມເຂົ້າໃຈ". (ເບິ່ງ: rc://*/ta/man/translate/figs-metaphor)