lo_tn/heb/05/01.md

3.0 KiB

ຂໍ້​ມູນ​ເຊື່ອມຕໍ່

ຜູ້ຂຽນອະທິບາຍເຖິງຄວາມບາບຂອງພວກປະໂລຫິດໃນຍຸກພັນທະສັນຍາເດີມແລ້ວສະແດງໃຫ້ເຫັນເຖິງພຣະຄຣິດວ່າຊົງມີລະບອບປະໂລຫິດທີ່ດີກ່ວາຊຶ່ງບໍ່ໄດ້ຕັ້ງບົນພື້ນຖານຂອງລະບອບປະໂລຫິດຂອງອາໂຣນແຕ່ບົນພື້ນຖານຂອງເມຄີເຊເດັກ.

ຖືກເລືອກຈາກມະນຸດ

ສາມາດຢູ່ໃນຮູບປະໂຫຍກທີ່ມີປະທານເປັນຜູ້ກະທຳ. ແປອີກຢ່າງວ່າ "ຜູ້ທີ່ພຣະເຈົ້າຊົງເລືອກຈາກທ່າມກາງຜູ້ຄົນ". (ເບິ່ງ: rc://*/ta/man/translate/figs-activepassive)

ໄດ້ຮັບການແຕ່ງຕັ້ງ

ສາມາດຢູ່ໃນຮູບປະໂຫຍກທີ່ມີປະທານເປັນຜູ້ກະທຳ. ແປອີກຢ່າງວ່າ "ພຣະເຈົ້າແຕ່ງຕັ້ງ". (ເບິ່ງ: rc://*/ta/man/translate/figs-activepassive)

ໃຫ້ ເປັນຜູ້ຮັບໃຊ້ແທນມະນຸດ

"ເປັນຕົວແທນຂອງຜູ້ຄົນ".

ຄົນທີ່ໂງ່ເຂົາ ແລະ ດື້ດ້ານ

ຄຳຂະຫຍາຍນາມເຫລົ່ານີ້ສາມາດຂຽນໃນຮູບຂອງຄຳຂະຫຍາຍໄດ້. ແປອີກຢ່າງວ່າ "ຄົນເຫລົ່ານັ້ນທີ່ໂງ່ ແລະ ດື້ດ້ານ". (ເບິ່ງ: rc://*/ta/man/translate/figs-nominaladj)

ດື້ດ້ານ

ຄົນທີ່ປະພຶດໃນວິຖີບາບ.

ຖືກຫຸ້ມລ້ອມໄປດ້ວຄວາມອ່ອນແອ

ຄວາມອ່ອນແອຂອງປະໂລຫິດສູງຖືກກ່າວວ່າເປັນພະລັງຜັກດັນທີ່ຢູ່ລ້ອມຮອບເຂົາ. ແປອີກຢ່າງວ່າ "ເປັນຄວາມອ່ອນແອຝ່າຍວິນຍານ" ຫລື "ເປັນຄວາມອ່ອນແອໃນການຕໍ່ຕ້ານຄວາມບາບ". (ເບິ່ງ: rc://*/ta/man/translate/figs-metaphor)

ຄວາມອ່ອນແອ

ອ້າງອີງເຖິງຄວາມປາດຖະຫນາທີ່ຈະທຳບາບ.

ເຂົາຈິ່ງຕ້ອງ

ສາມາດກ່າວໃນຮູບຂອງປະໂຫຍກທີ່ມີປະທານເປັນຜູ້ກະທຳໄດ້. ແປອີກຢ່າງວ່າ "ເຊ້່ນດຽວກັນພຣະເຈົ້າຊົງຮຽກຮ້ອງໃຫ້ພຣະອົງ". (ເບິ່ງ: rc://*/ta/man/translate/figs-activepassive)