lo_tn/heb/04/14.md

4.7 KiB

ພຣະບຸດຂອງພຣະເຈົ້າ

ນີ້ເປັນຕຳແຫນ່ງສຳຄັນຂອງພຣະເຢຊູ. (ເບິ່ງ: rc://*/ta/man/translate/guidelines-sonofgodprinciples)

ເພາະເຮົາບໍ່ໄດ້ມີມະຫາປະໂລຫິດທີ່ບໍ່ສາມາດຈະເຫັນໃຈ

"ເຮົາມີມະຫາປະໂລຫິດທີ່ສາມາດເຫັນໃຈ"(ເບິ່ງ: rc://*/ta/man/translate/figs-doublenegatives)

ພຣະອົງຊົງປາສະຈາກບາບ

"ພຣະອົງບໍ່ໄດ້ເຮັດບາບ".

ພຣະທີ່ນັ່ງແຫ່ງພຣະຄຸນ

ແປອີກຢ່າງວ່າ "ພຣະທີ່ນັ່ງຂອງພຣະເຈົ້າຄືທີ່ໆມີພຣະຄຸນ" ຫລື "ທີ່ໆພຣະເຈົ້າຜູ້ຊົງກະລຸນາກຳລັງປະທັບນັ່ງຢູ່ບົນບັນລັງຂອງພຣະອົງ".

ທີ່ໄດ້ຜ່ານຟ້າສະຫວັນມາແລ້ວ

"ທີ່ໄດ້ເຂົ້າໄປຍັງສະຖານທີ່ໆພຣະເຈົ້າປະທັບຢູ່".

ກໍໃຫ້ຍຶດຄວາມເຊື່ອຂອງເຮົາເອົາໄວ້ໃຫ້ຫມັ້ນ

ການເຊື່ອ ແລະ ໄວ້ວາງໃຈ ໄດ້ຮັບການກ່າວວ່າເປັນດັ່ງວັດຖຸທີ່ບຸກຄົນຫນຶ່ງສາມາດຍາດເອົາໄວ້ຢ່າງຫມັ້ນໃຈໄດ້. ແປອີກຢ່າງ "ວ່າໃຫ້ເຮົາຍັງຄົງເຊື່ອຢ່າງເຕັມທີ່ໃນພຣະອົງ".(ເບິ່ງ: rc://*/ta/man/translate/figs-metaphor)

ເພາະວ່າເຮົາບໍ່ໄດ້ມີມະຫາປະໂລຫິດທີ່ບໍ່ສາມາດເຫັນໃຈ..ແຕ່ເຮົາມີ

ປະໂຫຍກປະຕິເສດຊ້ອນປະຕິເສດນີ້ຫມາຍຄວາມວ່າ ພຣະເຢຊູຊົງຮູ້ສຶກເຫັນໃຈຜູ້ຄົນ. ແປໄດ້ອີກຢ່າງວ່າ "ເຮົາມີມະຫາປະໂລຫິດຄົນຫນຶ່ງທີ່ສາມາດຮູ້ສຶກເຫັນໃຈ..ເຮົາມີຢ່າງແທ້ຈິງ". (ເບິ່ງ: rc://*/ta/man/translate/figs-doublenegatives)

ຜູ້ທີ່ຖືກທົດລອງເຫມືອນກັບເຮົາທຸກປະການ

ສາມາດຢູ່ໃນຮູບປະໂຫຍກທີ່ມີປະທານຜູ້ກະທຳເອງ. ແປອີກຢ່າງວ່າ "ຜູ້ທີ່ໄດ້ອົດທົນຕໍ່ການທົດລອງໃນທຸກທາງທີ່ເຮົາປະເຊີນ" ຫລື "ຜູ້ທີ່ມານທົດລອງໃນທຸກທາງທີ່ມັນທົດລອງເຮົາ". (ເບິ່ງ: rc://*/ta/man/translate/figs-activepassive)

ເຖິງພຣະທີ່ນັ່ງແຫ່ງພຣະຄຸນ

"ເຖິງພຣະທີ່ນັ່ງໃນພຣະເຈົ້າຄືທີ່ມີພຣະຄຸນ" ຄຳວ່າ "ພຣະທີ່ນັ່ງ" ໃນທີ່ນີ້ໝາຍເຖິງພຣະເຈົ້າຊົງປົກຄອງໃນຖານະກະສັດ. ແປອີກຢ່າງວ່າ "ເຖິງສະຖານທີ່ໆພຣະເຈົ້າຜູ້ຊົງກະລຸນາຂອງເຮົາຊົງປະທັບຢູ່ບົນບັນລັງຂອງພຣະອົງ". (ເບິ່ງ: rc://*/ta/man/translate/figs-metonymy)

ພວກເຮົາຈະໄດ້ຮັບພຣະເມດຕາ ແລະ ພົບພຣະຄຸນທີ່ຊ່ວຍພວກເຮົາໄດ້ໃນຍາມທີ່ມີຄວາມຈຳເປັນ

ຄຳວ່າ "ພຣະເມດຕາ" ແລະ "ພຣະຄຸນ" ນີ້ຖືກກ່າວເປັນເຫມືອນວັດຖຸທີ່ສາມາດມອບໃຫ້ ຫລື ສາມາດຄົ້ນພົບໄດ້. ແປອີກຢ່າງວ່າ "ພຣະເຈົ້າອາດຊົງເມດຕາ ແລະ ກະລຸນາ ແລະ ຊົງຊ່ວຍເຮົາໃນຍາມທີ່ມີຄວາມຈຳເປັນ". (ເບິ່ງ: rc://*/ta/man/translate/figs-metaphor)

ທີ່ໄດ້ຜ່ານຟ້າສະຫວັນ

"ຜູ້ທີ່ໄດ້ເຂົ້າໄປໃນບ່ອນທີ່ພຣະເຈົ້າຢູ່".