lo_tn/heb/04/12.md

6.0 KiB

ມີຊີວິດຢູ່ພ້ອມທຳງານ

ຄຳເວົ້ານີ້ເວົ້າເຖິງພຣະຄຳຂອງພຣະເຈົ້າວ່າມີຊີວິດຢູ່ ຫມາຍເຖິງເມື່ອພຣະເຈົ້າຕັດສັ່ງ ພຣະຄຳມີຣິດອຳນາດ ແລະ ເກີດຜົນ. (ເບິ່ງ: rc://*/ta/man/translate/figs-personification)

ຄົມກ່ວາດາບສອງຄົມທຸກດວງ

ດາບສອງຄົມກວ່າດາບສອງຄົມສາມາດແທງທະລຸເນື້ອຂອງຄົນໄດ້ຢ່າງງ່າຍດາຍ ພຣະວະຈະນະຂອງພຣະເຈົ້າມີພະລານຸພາບໃນການສຳແດງສິ່ງທີ່ຢູ່ໃນຫົວໃຈ ແລະ ໃນຄວາມຄິດຂອງຄົນ. (ເບິ່ງ: rc://*/ta/man/translate/figs-metaphor)

ສາມາດຮູ້ເຖິງຄວາມຄິດ ແລະ ເຈດຕະນາໃນຫົວໃຈ

ພຣະຄຳຂອງພຣະເຈົ້າເປີດໂປງຄວາມຄິດທີ່ເຊື່ອງຊ້ອນຢູ່ໃນເຮົາ. (ເບິ່ງ: [[rc:///ta/man/translate/figs-personification]]) ແລະ (ເບິ່ງ: [[rc:///ta/man/translate/figs-idiom]])

ແຕ່ທຸກສິ່ງໄດ້ປາກົດ ແລະ ເປີດເຜີຍຕໍ່ສາຍຕາຂອງພຣະອົງຜູ້ທີ່ເຮົາຕ້ອງລາຍງານນັ້ນ

"ພຣະເຈົ້າຜູ້ຊົງພິພາກສາ ວິຖີໃນການດຳເນີນຊີວິດຂອງເຮົາຄືຜູ້ທີ່ຊົງສາມາດມອງເຫັນທຸກສິ່ງ". (ເບິ່ງ: rc://*/ta/man/translate/figs-metonymy

ປາກົດ ແລະ ປີດເຜີຍ

ຄຳສອງຄຳນີ້ຫມາຍເຖິງສິ່ງດຽວກັນ ແລະ ເນັ້ນວ່າບໍ່ມີສິ່ງໃດທີ່ຖືກປິດຊ້ອນເອົາໄວ້ຈາກພຣະເຈົ້າ. (ເບິ່ງ: rc://*/ta/man/translate/figs-doublet)

ພຣະຄຳະຂອງພຣະເຈົ້ານັ້ນມີຊີວິດຢູ່

ຄຳວ່າ "ພຣະວະຈະນະຂອງພຣະເຈົ້າ" ໃນທີ່ນີ້ຫມາຍເຖິງສິ່ງໃດໆທີ່ພຣະເຈົ້າໄດ້ຊົງສື່ສານຕໍ່ມະນຸດບໍ່ວ່າໂດຍທາງຄຳເວົ້າ ຫລື ທາງຂໍ້ຄວາມທີ່ຖືກບັນທຶກເອົາໄວ້". (ເບິ່ງ: rc://*/ta/man/translate/figs-metonymy)

ດາບສອງຄົມ

ດາບສອງຄົມຄົມດາບນັ້ນຄົມທັງສອງດ້ານ.

ທີ່ແທງທະລຸເຂົ້າໄປເພື່ອແຍກຈິດຈາກວິນຍານແຍກຂໍ້ຕໍ່ຈາກໄຂກະດູກ

ປະໂຫຍກນີ້ຍັງຄົງກ່າວຕໍ່ເນື່ອງກ່ຽວກັບພຣະຄຳຂອງພຣະເຈົ້າວ່າເປັນເຫມືອນດາບ ນີ້ຄືດາບທີ່ມີຄວາມຄົມກີດທີ່ສາມາດແທງທະລຸ ແລະ ແຍກມະນຸດອອກເປັນສ່ວນໆແມ່ນໃນສ່ວນທີ່ຍາກຫລາຍ ຫລື ເປັນໄປບໍ່ໄດ້ທີ່ຈະແຍກອອກ ສິ່ງນີ້ຫມາຍຄວາມວ່າບໍ່ມີສິ່ງໃດພາຍໃນເຮົາທີ່ສາມາດປິດຊ້ອນຈາກພຣະເຈົ້າໄດ້. (ເບິ່ງ: rc://*/ta/man/translate/figs-metonymy)

ຈິດຈາກວິນຍານ

ທັງສອງສ່ວນນີ້ຕ່າງກັນແຕ່ໃກ້ຊິດກັນຢ່າງຫລາຍ ຊຶ່ງເປັນສ່ວນທີ່ບໍ່ໄດ້ຢູ່ໃນຝ່າຍຮ່າງກາຍຂອງມະນຸດ "ຈິດ" ຄືສ່ວນທີ່ເຮັດໃຫ້ຄົນໆຫນຶ່ງດຳລົງຊີວິດຢູ່ "ວິນຍານ" ຄືສ່ວນຂອງຄົນທີ່ເຮັດໃຫ້ເຂົາສາມາດຮູ້ຈັກ ແລະ ເຊື່ອໃນພຣະເຈົ້າໄດ້.

ຂໍ້ຕໍ່ຈາກໄຂກະດູກ

"ຂໍ້ຕໍ່" ຄືສິ່ງທີ່ຢຶດກະດູກສອງສ່ວນເຂົ້າໄວ້ດ້ວຍກັນ "ໄຂກະດູກ" ຄືສ່ວນທີ່ເປັນສູນກາງຂອງກະດູກ.

ສາມາດຮູ້ເຖິງ

ຄຳນີ້ເວົ້າກ່ຽວກັບພຣະຄຳຂອງພຣະເຈົ້າວ່າເປັນບຸກຄົນຫນຶ່ງທີ່ສາມາດຮູ້ເຖິງບາງສິ່ງໄດ້. ແປອີກຢ່າງວ່າ "ພຣະວະຈະນະຂອງພຣະເຈົ້າເປີດເຜີຍ". (ເບິ່ງ: rc://*/ta/man/translate/figs-personification)

ຕໍ່ສາຍຕາຂອງພຣະອົງຜູ້ທີ່ເຮົາຕ້ອງລາຍງານນັ້ນ

ພຣະເຈົ້າໄດ້ຮັບການກ່າວເຖິງວ່າພຣະອົງຊົງມີດວງຕາ. ແປອີກຢ່າງວ່າ "ຕໍ່ພຣະເຈົ້າຜູ້ຈະພິພາກສາວິຖີທີ່ເຮົາດຳເນີນຊີວິດ". (ເບິ່ງ: rc://*/ta/man/translate/figs-metaphor)

ປາກົດ ແລະ ເປີດເຜີຍ

ສອງຄຳນີ້ ຫມາຍຄວາມວ່າໂດຍພື້ນຖານສິ່ງດຽວກັນ ແລະ ເນັ້ນຫນັກວ່າບໍ່ມີສິ່ງໃດຖືກປິດບັງຈາກພຣະເຈົ້າ. (ເບິ່ງ: rc://*/ta/man/translate/figs-doublet)