lo_tn/heb/04/08.md

5.3 KiB

ຄົນທີ່ເຂົ້າພັກສະຫງົບຂອງພຣະເຈົ້າ

"ຄົນເຫລົ່ານັ້ນທີ່ກຳລັງພັກສະຫງົບກັບພຣະເຈົ້າໃນສະຖານທີ່ພຣະອົງປະທັບຢູ່"

ໃຫ້ພວກເຮົາອົົດສາພະຍາຍາມເພື່ອເຂົ້າສູ່ການພັກສະຫງົບນັ້ນ.

ສັນຕິສຸກ ແລະ ຄວາມຫມັ້ນຄົງປອດໄພໂດຍພຣະເຈົ້ານັ້ນຖືກກ່າວວ່າເປັນສະຖານທີ່ຫນຶ່ງທີ່ເຂົ້າໄປໄດ້. ແປອີກຢ່າງວ່າ "ເຮົາສົມຄວນທຳທຸກສິ່ງເພື່ອເຮົາສາມາດພັກສະຫງົບກັບພຣະເຈົ້າໄດ້ໃນສະຖານທີ່ທີ່ພຣະອົງປະທັບຢູ່". (ເບິ່ງ: rc://*/ta/man/translate/figs-metaphor)

ຂໍ້​ມູນ​ເຊື່ອມຕໍ່

ໃນຕອນນີ້ຜູ້ຂຽນເຕືອນຜູ້ເຊື່ອທັງຫລາຍທີ່ຈະບໍ່ເປັນຄົນບໍ່ເຊື່ອຟັງແຕ່ໃຫ້ເຂົ້າສູ່ການພັກສະຫງົບທີ່ພຣະເຈົ້າຊົງຈັດຕຽມໄວ້ ເຂົາເຕືອນຜູ້ເຊື່ອທັງຫລາຍວ່າຖ້ອຍຄຳຂອງພຣະເຈົ້າຈະທຳໃຫ້ພວກເຂົາສຳນຶກ ແລະ ພວກເຂົາຈຶ່ງສາມາດເຂົ້າມາອະທິຖານດ້ວຍຄວາມຫມັ້ນໃຈວ່າພຣະເຈົ້າຈະຊົງຊ່ວຍພວກເຂົາ.

ຖ້າຫາກໂຢຊູວຍໃຫ້ການພັກສະຫງົບແກ່ພວກເຂົາໄດ້

ສັນຕິສຸກ ແລະ ຄວາມຫມັ້ນຄົງປອດໄພໂດຍພຣະເຈົ້ານັ້ນຖືກກ່າວວ່າເປັນການພັກສະຫງົບທີ່ໂຢຊູວາສາມາດໃຫ້ໄດ້. ແປອີກຢ່າງວ່າ "ຖ້າຫາກໂຢຊູວຍໄດ້ນຳຊາວອິສະຣາເອນມາຍັງສະຖານທີ່ທີ່ພຣະເຈົ້າຈະປະທານໃຫ້ແກ່ພວກເຂົາເພື່ອການພັກສະຫງົບໄດ້" ຫລື "ຖ້າຊາວອິສະຣາເອນໃນຍຸກຂອງໂຢຊູວຍໄດ້ມີປະສົບການກັບພຣະພອນແຫ່ງການພັກສະຫງົບຂອງພຣະເຈົ້າ". (ເບິ່ງ: rc://*/ta/man/translate/figs-metaphor)

ຍັງຄົງມີວັນສະບາໂຕແຫ່ງການພັກສະຫງົບທີ່ສະຫງວນເອົາໄວ້ສຳລັບປະຊາກອນຂອງພຣະເຈົ້າ

ສາມາດຢູ່ໃນຮູບປະໂຫຍກທີ່ມີປະທານເປັນຜູ້ກະທຳໄດ້. ແປໄດ້ອີກຢ່າງວ່າ "ຍັງຄົງມີສະບາໂຕແຫ່ງການພັກສະຫງົບທີ່ພຣະເຈົ້າໄດ້ສະຫງວນເອົາໄວ້ສຳລັບປະຊາກອນຂອງພຣະອົງ". (ເບິ່ງ: rc://*/ta/man/translate/figs-activepassive)

ສະບາໂຕແຫ່ງການພັກສະຫງົບ

ສັນຕິສຸກ ແລະ ຄວາມຫມັ້ນຄົງປອດໄພນິລັນດອນຖືກກ່າວວ່າເປັນວັນສະບາໂຕ ຄືວັນແຫ່ງການນະມັດສະການ ແລະ ພັກຈາກການທຳງານຂອງຊາວຢິວ. ແປໄດ້ອີກຢ່າງວ່າ "ການພັກສະຫງົບນິລັນດອນ". (ເບິ່ງ: rc://*/ta/man/translate/figs-metaphor)

ວ່າພວກເຂົາໄດ້ເຮັດ

ນີ້ “ພວກເຂົາ” ຫມາຍເຖິງບັນພະບຸລຸດຂອງຊາວເຮັບເຣີໃນສະໄຫມຂອງໂມເຊ.

ລົ້ມລົງໃນການບໍ່ເຊື່ອຟັງເຫມືອນກັບທີ່ພວກເຂົາໄດ້ກະທຳນັ້ນ

ການບໍ່ເຊື່ອຟັງຖືກກ່າວເປັນຫລຸມຫນຶ່ງທີ່ບຸກຄົນສາມາດຕົກລົງໄປໄດ້ໂດຍບໍ່ຕັ້ງໃຈ. ເນື້ອຫາຕອນນີ້ສາມາດຂຽນໃຫມ່ໃນຮູບຂອງຄຳນາມທີ່ເປັນນາມມະທໍາ. ຄຳວ່າ "ການບໍ່ເຊື່ອຟັງ" ສະແດງເປັນຄຳກິລິຍາຄືຄຳວ່າ "ບໍ່ເຊື່ອຟັງ" ແປອີກຢ່າງວ່າ "ຈະບໍ່ເຊື່ອຟັງໃນທຳນອງດຽວກັນກັບທີ່ພວກເຂົາທຳ". (ເບິ່ງ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-abstractnouns]])