lo_tn/heb/04/03.md

4.4 KiB

ຂໍ້​ມູນ​ທົ່ວ​ໄປ

ຄຳກ່າວອ້າງອີງຄັ້ງແລກໃນທີ່ນີ້ (ດັ່ງທີ່ເຮົາໄດ້ປະຕິຍານເອົາໄວ້...) ມາຈາກພຣະຄຳເພງສັນຣະເສີນຕອນຫນຶ່ງ ແລະ ຄຳກ່າວອ້າງອີງຄັ້ງທີສອງ (ພຣະເຈົ້າຊົງພັກ...) ມາຈາກບົດຄວາມທີ່ຂຽນໂດຍໂມເຊ ແລະ ຄຳກ່າວອ້າງອີງຄັ້ງທີສາມ (ພວກເຂົາຈະບໍ່ໄດ້ເຂົ້າສູ່...) ມາຈາກເພງສັນຣະເສີນບົດດຽວກັນ.

ທີ່ຈະໄດ້ເຂົ້າສູ່ການພັກສະຫງົບ

ສັນຕິສຸກ ແລະ ຄວາມຫມັ້ນຄົງປອດໄພໂດຍພຣະເຈົ້ານັ້ນຖືກກ່າວວ່າເປັນການພັກສະຫງົບທີ່ພຣະເຈົ້າຊົງສາມາດປະທານໃຫ້ ແລະ ເປັນສະຖານທີ່ໆຜູ້ຄົນສາມາດໄປໄດ້. ແປອີກຢ່າງວ່າ "ທີ່ຈະໄດ້ເຂົ້າສູ່ສະຖານທີ່ແຫ່ງການພັກສະຫງົບ" ຫລື "ທີ່ຈະມີປະສົບການກັບພຣະພອນແຫ່ງການພັກສະຫງົບຂອງພຣະເຈົ້າ". (ເບິ່ງ: rc://*/ta/man/translate/figs-metaphor)

ເຫມືອນຢ່າງທີ່ພຣະອົງກ່າວເອົາໄວ້ວ່າ

"ຄືກັບທີ່ພຣະເຈົ້າກ່າວເອົາໃວ້ວ່າ"

ເຫມືອນທີ່ເຮົາໄດ້ສັນຍາເອົາໄວ້ດ້ວຄວາມເຄືອງໃຈ

"ເຫມືອນທີ່ເຮົາໄດ້ສັນຍາເອົາໄວ້ເມື່ອເຮົາກຳລັງໂກດຮ້າຍທີ່ສຸດ".

ພວກເຂົາຈະບໍ່ໄດ້ເຂົ້າສູ່ການພັກສະຫງົບຂອງເຮົາເລີຍ

ສັນຕິສຸກ ແລະ ຄວາມຫມັ້ນຄົງປອດໄພໂດຍພຣະເຈົ້ານັ້ນຖືກກ່າວວ່າເປັນການພັກສະຫງົບທີ່ພຣະເຈົ້າຊົງສາມາດປະທານໃຫ້ ແລະ ເປັນສະຖານທີ່ໆຜູ້ຄົນສາມາດໄປໄດ້. ແປໄດ້ອີກຢ່າງວ່າ "ພວກເຂົາຈະບໍ່ໄດ້ເຂົ້າສູ່ສະຖານທີ່ແຫ່ງການພັກສະຫງົບ" ຫລື "ພວກເຂົາຈະບໍ່ມີວັນມີປະສົບການກັບພຣະພອນແຫ່ງການພັກສະຫງົບຂອງເຮົາເລີຍ". (ເບິ່ງ: rc://*/ta/man/translate/figs-metaphor)

ການງານແຫ່ງການຊົງສ້າງຂອງພຣະອົງໃນການວາງຮາກຖານໂລກໄດ້ສຳເລັດແລ້ວ

ປະໂຫຍກນີ້ສາມາດຢູ່ໃນຮູບປະໂຫຍກທີ່ມີປະທານເປັນຜູ້ກະທຳເອງ. ແປໄດ້ອີກຢ່າງວ່າ "ພຣະອົງໄດ້ທຳໃຫ້ການຊົງສ້າງສຳເລັດ" ຫລື "ພຣະອົງທຳໃຫ້ການງານແຫ່ງການຊົງສ້າງຂອງພຣະອົງສຳເລັດ". (ເບິ່ງ: rc://*/ta/man/translate/figs-activepassive)

ໃນການວາງຮາກຖານໂລກ

ຜູ້ຂຽນກ່າວເຖິງໂລກນີ້ວ່າເປັນສິ່ງກໍ່ສ້າງທີ່ຕັ້ງຢູ່ບົນຮາກຖານຫນຶ່ງ. ແປໄດ້ອີກຢ່າງວ່າ "ທີ່ຈຸດເລີ້ມຕົ້ນຂອງໂລກນີ້". (ເບິ່ງ: translate: rc://*/ta/man/translate/figs-metaphor)

ໃນວັນທີເຈັດ

ນີ້ຄືເລກລຳດັບສຳລັບ "ເຈັດ". (ເບິ່ງ: rc://*/ta/man/translate/translate-ordinal)

ຜູ້ທີ່ເຮົາເຊື່ອ

ຜູ້ທີເຮົາເຊື່ອຖື.