lo_tn/heb/04/01.md

4.8 KiB

ບໍ່ມີໃຜໃນພວກທ່ານທີ່ຫລົ້ມເຫລວໃນການເຂົ້າເຖິງພຣະສັນຍາທີ່ມີໄວ້ສຳລັບພວກທ່ານໃນການເຂົ້າສູ່ການພັກສະຫງົບຂອງພຣະເຈົ້າ

ແປອີກຢ່າງວ່າ "ພຣະເຈົ້າຈະບໍ່ຕັດສັ່ງເຖິງໃຜຄົນໃດໃນພວກທ່ານທີ່ຈະບໍ່ໄດ້ພັກສະຫງົບໃນທີ່ທີ່ພຣະອົງຊົງຢູ່" ຫລື "ພຣະເຈົ້າຈະຕັດສັ່ງເຖິງພວກທ່ານທຸກຄົນວ່າພວກທ່ານຈະໄດ້ພັກສະຫງົບໃນທີ່ໆພຣະອົງຊົງຢູ່". (ເບິ່ງ: rc://*/ta/man/translate/figs-metaphor)

ຂໍ້​ມູນ​ເຊື່ອມຕໍ່

ບົດທີ 4 ຍັງຄົງຕັກເຕືອນຜູ້ເຊື່ອທັງຫລາຍໃຫ້ເລີ້ມຕົ້ນ 3:7 ໂດຍຜ່ານທາງຜູ້ຂຽນ ພຣະເຈົ້າໄດ້ປະທານການພັກສະຫງົບໃຫ້ແກ່ຜູ້ເຊື່ອທັງຫລາຍຊຶ່ງເປັນການພັກສະຫງົບຂອງພຣະເຈົ້າໃນການຊົງສ້າງຂອງໂລກນີ້.

ເຂົ້າສູ່ການພັກສະຫງົບຂອງພຣະເຈົ້າ

ສັນຕິສຸກ ແລະ ຄວາມຫມັ້ນຄົງປອດໄພໂດຍພຣະເຈົ້ານັ້ນຖືກກ່າວວ່າເປັນການພັກສະຫງົບທີ່ພຣະເຈົ້າຊົງສາມາດປະທານໃຫ້ ແລະ ເປັນສະຖານທີ່ໆຜູ້ຄົນສາມາດໄປໄດ້. ແປອີກຢ່າງວ່າ "ເພືອເຂົ້າໃນສະຖານທີ່ແຫ່ງການພັກສະຫງົບ" ຫລື "ເພື່ອມີປະສົບການກັບພຣະພອນແຫ່ງການພັກສະຫງົບຂອງພຣະເຈົ້າ". (ເບິ່ງ: rc://*/ta/man/translate/figs-metaphor)

ເພາະພວກເຮົາໄດ້ຮັບການບອກເຖິງຂ່າວປະເສີດເຫມືອນກັບທີ່ພວກເຂົາໄດ້ຮັບ

ປະໂຫຍກນີ້ສາມາດຢູ່ໃນຮູບປະໂຫຍກທີ່ມີປະທານເປັນຜູ້ກະທຳເອງໄດ້. ແປອີກຢ່າງວ່າ "ເພາະພວກເຮົາໄດ້ຍິນຂ່າວປະເສີດເຫມືອນຢ່າງທີ່ພວກເຂົາໄດ້ຮັບ.

ເຫມືອນກັບທີ່ພວກເຂົາໄດ້ຮັບ

ຄຳວ່າ "ພວກເຂົາ" ທີ່ນີ້ຫມາຍເຖິງບັນພະບຸຣຸດຂອງຊາວເຮັບເຣີຜູ້ທີ່ມີຊີວິດຢູ່ໃນຊ່ວງຍຸກຂອງໂມເຊ.

ແຕ່ຂໍ້ຄວາມນັ້ນບໍ່ໄດ້ເກີດປະໂຫຍດຕໍ່ຄົນເຫລົ່ານັ້ນທີ່ບໍ່ໄດ້ເຂົ້າສ່ວນໃນຄວາມເຊື່ອກັບຄົນເຫລົ່ານັ້ນທີ່ເຊື່ອຟັງ

ແຕ່ຂໍ້ຄວາມນັ້ນບໍ່ໄດ້ເກີດປະໂຫຍດຕໍ່ຄົນເຫລົ່ານັ້ນທີ່ບໍ່ໄດ້ເຂົ້າສ່ວນກັບຄົນທີ່ເຊື່ອ ແລະ ເຊື່ອຟັງ "ຜູ້ຂຽນກຳລັງເວົ້າກ່ຽວກັບຄົນສອງກຸ່ມຄືຄົນເຫລົ່ານັ້ນທີ່ໄດ້ຮັບພັນທະສັນຍາຂອງພຣະເຈົ້າດ້ວຍຄວາມເຊື່ອ ແລະ ຄົນເຫລົ່ານັ້ນທີ່ໄດ້ຍິນແຕ່ບໍ່ເຊື່ອ. ປະໂຫຍກນີ້ສາມາດຢູ່ໃນຮູບປະໂຫຍກປຽບທຽບຂອງສອງສິ່ງທີ່ເທົ່າກັນໄດ້. ແປອີກຢ່າງໄດ້ວ່າ "ແຕ່ຂໍ້ຄວາມນັ້ນໄດ້ເກີດປະໂຫຍດຕໍ່ຄົນເຫລົ່ານັ້ນທີ່ເຊື່ອ ແລະ ເຊື່ອຟັງເທົ່ານັ້ນ".(ເບິ່ງ: rc://*/ta/man/translate/figs-doublenegatives)

ເພາະວ່າ

"ເນື່ອງຈາກວ່າພຣະເຈົ້າຈະລົງໂທດຜູ້ທີ່ບໍ່ເຊື່ອຟັງຢ່າງແນ່ນອນ". (3:16)