lo_tn/heb/03/16.md

4.5 KiB

ຂໍ້​ມູນ​ທົ່ວ​ໄປ

ຄຳວ່າ "ພວກເຂົາ" ຫມາຍເຖິງຊາວອິສະຣາເອນທີ່ບໍ່ເຊື່ອຟັງແລະ "ເຮົາ" ຫມາຍເຖິງຜູ້ຂຽນ ແລະ ຜູ້ອ່ານ. (ເບິ່ງ: rc://*/ta/man/translate/figs-inclusive)

ໃຜຄືຄົນທີ່ໄດ້ຍິນພຣະເຈົ້າ ແລະ ກະບົດ? ບໍ່ແມ່ນພວກຄົນເຫລົ່ານັ້ນທີ່ອອກມາຈາກອີຢິບໂດຍຜ່ານທາງໂມເຊຫລື?

ຜູ້ຂຽນໃຫ້ຄຳຖາມຕ່າງໆເພື່ອສອນຜູ້ອ່ານຂອງເຂົາ ຄຳຖາມສອງປະການເຫລົ່ານີ້ສາມາດເຊື່ອມຕໍ່ກັນເປັນປະໂຫຍກດຽວໄດ້ຖ້າຫາກຈຳເປັນ. ແປອີກຢ່າງວ່າ "ບັນດາຄົນເຫລົ່ານັ້ນທີ່ອອກມາຈາກອີຢິບພ້ອມກັບໂມເຊໄດ້ຍິນສຽງພຣະເຈົ້າແຕ່ກໍຍັງກະບົດ". (ເບິ່ງ: rc://*/ta/man/translate/figs-rquestion)

ໃຜຄືຄົນທີ່ທຳໃຫ້ພຣະອົງໂກດເຄືອງຕະຫລອດສີ່ສິບປີ? ບໍ່ແມ່ນຄົນເຫລົ່ານັ້ນທີ່ທຳບາບ ພວກຄົນທີ່ລົ້ມຕາຍໃນຖິ່ນທຸລະກັນດານຫລື?

ຜູ້ຂຽນໃຊ້ຄຳຖາມເຫລົ່ານີ້ເພື່ອສອນໃຫ້ຜູ້ອ່ານຂອງເຂົາ ຄຳຖາມສອງປະການນີ້ສາມາດເຊື່ອມຕໍ່ເປັນປະໂຫຍກດຽວກັນໄດ້ຖ້າຫາກຈຳເປັນ. ແປອີກຢ່າງວ່າ "ພຣະເຈົ້າໂກດເຄືອງຄົນເຫລົ່ານັ້ນທີ່ທຳບາບຕະຫລອດສີ່ສິບປີ ແລະ ຊົງປ່ອຍໃຫ້ພວກເຂົາຕາຍໃນຖິ່ນທຸລະກັນດານ". (ເບິ່ງ: rc://*/ta/man/translate/figs-rquestion)

ສີ່ສິບປີ

"40 ປີ". (ເບິ່ງ: rc://*/ta/man/translate/translate-numbers)

ໃຜຄືຄົນທີ່ພຣະອົງປະຕິຍານວ່າ ພວກເຂົາຈະບໍ່ໄດ້ເຂົ້າສູ່ການຢຸດພັກຂອງພຣະອົງ ກໍຄືຄົນເຫຼົ່ານັ້ນທີ່ບໍ່ເຊື່ອຟັງພຣະອົງແມ່ນບໍ?

ຜູ້ຂຽນໃຊ້ຄຳຖາມເຫລົ່ານີ້ເພື່ອສອນຜູ້ອ່ານຂອງເຂົາ. ແປອີກຢ່າງວ່າ"ແລະຕໍ່ຄົນເຫລົ່ານັ້ນທີ່ບໍ່ເຊື່ອຟັງທີ່ພຣະອົງປະຕິຍານວ່າພຣະອົງຈະບໍ່ຍອມໃຫ້ພວກເຂົາເຂົ້າສູ່ການຢຸດພັກຂອງພຣະອົງ". (ເບິ່ງ: rc://*/ta/man/translate/figs-rquestion)

ພວກເຂົາຈະບໍ່ໄດ້ເຂົ້າສູ່ການຢຸດພັກຜ່ອນຂອງພຣະອົງ

ສັນຕິສຸກ ແລະ ຄວາມຫມັ້ນຄົງປອດໄພໄດ້ຮັບການຈັດຕຽມໂດຍພຣະເຈົ້າຖືກກ່າວວ່າເປັນດັ່ງການຢຸດພັກທີ່ພຣະເຈົ້າປະທານໃຫ້ ແລະ ເປັນດັ່ງສະຖານທີ່ຫນຶ່ງທີ່ຜູ້ຄົນສາມາດໄປໄດ້ . ແປອີກຢ່າງວ່າ "ພວກເຂົາຈະບໍ່ມີປະສົບການໃນການຮັບພຣະພອນແຫ່ງການຢຸດພັກຂອງພຣະອົງ". (ເບິ່ງ: rc://*/ta/man/translate/figs-metaphor)

ເພາະການບໍ່ເຊື່ອ

ຄຳວ່າ "ການບໍ່ເຊື່ອ" ຄຳນີ້ສາມາດໃຊ້ຄຳກິລິຍາວ່າ "ໄວ້ວາງໃຈ" ໄດ້ແປອີກຢ່າງວ່າ "ເພາະພວກເຂົາບໍ່ໄວ້ວາງໃຈໃນພຣະອົງ" (ເບິ່ງ: rc://*/ta/man/translate/figs-abstractnouns)