lo_tn/heb/03/14.md

2.6 KiB

ເພາະເຮົາໄດ້ມາເປັນ

ຄຳວ່າ "ເຮົາ" ໃນທີ່ນີ້ຫມາຍເຖິງທັງຜູ້ຂຽນ ແລະ ຜູ້ອ່ານ. (ເບິ່ງ: rc://*/ta/man/translate/figs-inclusive)

ຈົນເຖິງວັນສຸດທ້າຍ

ຄຳເວົ້ານີ້ເປັນຄຳສຸພາບທີ່ໃຊ້ເມື່ອກ່າວເຖິງບຸກຄົນຫນຶ່ງໃນການຕາຍ. ແປອີກຢ່າງວ່າ "ຈົນກ່ວາເຮົາຕາຍ". (ເບິ່ງ: rc://*/ta/man/translate/figs-euphemism)

ຂໍ້​ມູນ​ທົ່ວ​ໄປ

ຄຳອ້າງອີງນີ້ຍັງຄົງຕໍ່ເນື່ອງຈາກພຣະທັມເພງສັນລະະເສີນທີ່ອ້າງອີງໃນ 3:7.

ຖ້າຫາກເຮົາຢຶດຫມັ້ນຢ່າງເຕັມທີໃນຄວາມຫວັງທີ່ມີໃນພຣະອົງ

"ຖ້າຫາກເຮົາຍັງຄົງໄວ້ວາງໃຈຢ່າງເຕັມທີໃນພຣະອົງ".

ຕັ້ງແຕ່ເລີ້ມຕົ້ນ

"ຕັ້ງແຕ່ເມື່ອເຮົາເລີ້ມຕົ້ນເຊື່ອໃນພຣະອົງເປັນຄັ້ງແລກ".

ດັ່ງທີ່ໄດ້ກ່າວມາແລ້ວວ່າ

ຄຳເວົ້ານີ້ສາມາດຢູ່ໃນຮູບປະໂຫຍກທີ່ມີປະທານເປັນຜູ້ກະທຳເອງໄດ້. ແປອີກຢ່າງວ່າ "ຜູ້ຂຽນໄດ້ຂຽນເອົາໄວ້ວ່າ".(ເບິ່ງ: rc://*/ta/man/translate/figs-activepassive)

ວັນນີ້ ຖ້າພວກເຈົ້າໄດ້ຍິນ

ຄຳສັ່ງຂອງພຣະເຈົ້າຕໍ່ອິດສະຣາເອນຖືກກ່າວເຖິງຄືກັບວ່າລາວໄດ້ໃຫ້ພວກເຂົາຟັງດ້ວຍສຽງ. ແປອີກຢ່າງວ່າ: "ຖ້າທ່ານໄດ້ຍິນພຣະເຈົ້າເວົ້າ". (ເບິ່ງ: rc://*/ta/man/translate/figs-metaphor)

ເຫມືອນຄົນກະບົດ

ນີ້ "ການກະບົດ" ສາມາດຖືກກ່າວເຖິງເປັນຄຳກິລິຍາ. ແປອີກຢ່າງວ່າ: "ຄືກັບທີ່ບັນພະບຸລຸດຂອງທ່ານໄດ້ກະບົດຕໍ່ພຣະເຈົ້າ." (ເບິ່ງ: rc://*/ta/man/translate/figs-abstractnouns)