lo_tn/heb/03/12.md

3.9 KiB

ພີ່ນ້ອງ

ຄຳນີ້ຫມາຍເຖິງພີ່ນ້ອງຄຣິສຕຽນຊຶ່ງລວມທັງຊາຍ ແລະ ຍິງ. ແປອີກຢ່າງວ່າ "ພີ່ນ້ອງຊາຍ-ຍິງ" ຫລື "ພີ່ນ້ອງຜູ້ເຊື່ອ".(ເບິ່ງ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-gendernotations]])

ບໍ່ມີຜູ້ໃດທີ່ມີຈຈິດໃຈຊົ່ວຊ້າເນື່ອງຈາກການບໍ່ເຊື່ອ

"ໃຈທີ່ຊົ່ວຊ້າບໍ່ເຊື່ອໃນຄົນໃດທ່າມກາງພວກທ່ານ" ຫລື "ໃຈທີ່ບໍ່ເຊື່ອທີ່ນຳພວກທ່ານຄົນໃດຄົນຫນຶ່ງໃຫ້ທຳຄວາມຊົ່ວຊ້າ".

ພຣະເຈົ້າອົງຊົງພະຊົນຢູ່

"ພຣະເຈົ້າທ່ຽງແທ້ຜູ້ທີ່ມີຊີວິດຢູ່ໂດຍແທ້ຈິງ".

ຕາບໃດທີ່ຍັງໃຊ້ຄຳວ່າ "ວັນນີ້"

ໃນຂະນະທີ່ຍັງມີໂອກາດ

ບໍ່ມີຜູ້ໃດທີ່ມີຈິດໃຈຊົ່ວຊ້າເນື່ອງຈາກການບໍ່ເຊື່ອ

ຫົວໃຈທີ່ຖືກກ່າວເຖິງໃນທີ່ນີ້ ວ່າເປັນຄວາມຄິດຈິດໃຈຂອງບຸກຄົນຫນຶ່ງ ເປັນສູນກາງຂອງຄວາມຕັ້ງໃຈ ແລະ ແຮງຈູງໃຈຂອງບຸກຄົນ. ແປອີກຢ່າງວ່າ "ບໍ່ມີຄົນໃດໃນພວກທ່ານຢຸດເຊື່ອໃນພຣະເຈົ້າ". (ເບິ່ງ: rc://*/ta/man/translate/figs-metaphor)

ຈິດໃຈທີ່ຫັນອອກຈາກພຣະເຈົ້າຜູ້ຊົງພຣະຊົນຢູ່

ຫົວໃຈຂອງບຸກຄົນໜຶ່ງຖືກກ່າວເຖິງວ່າເປັນຕົວບຸກຄົນທັງຫມົດຄືຄົນທີ່ສາມາດປະຖິ້ມການຕິດຕາມວິຖີທີ່ຖືກຕ້ອງໄດ້. ແປອີກຢ່າງວ່າ "ແລະພວກທ່ານຢຸດເຊື່ອຟັງພຣະເຈົ້າຜູ້ຊົງພຣະຊົນຢູ່". (ເບິ່ງ: rc://*/ta/man/translate/figs-metaphor)

ໃນທ່າມກາງພວກທ່ານຈະບໍ່ມີແມ່ນແຕ່ຈັກຄົນດຽວທີ່ຖືກທຳໃຫ້ໃຈແຂງກະດ້າງໂດຍການຫຼອກລວງຂອງຄວາມບາບ

ການເປັນຄົນຫົວແຂງຖືກກ່າວວ່າເປັນຄົນທີ່ແຂງກະດ້າງ ຫລື ມີຫົວໃຈແຂງກະດ້າງ ຄວາມແຂງກະດ້າງເປັນຜົນມາຈາກການເປັນຄົນຖືກຫລອກລວງດ້ວຍຄວາມບາບ ຄຳນີ້ສາມາດຂຽນໃຫມ່ໃນຮູບຂອງຄຳນາມທີ່ເປັນນາມມະທໍາຄືຄຳວ່າຄວາມຫລອກລວງຊຶ່ງຖ້າເປັນຄຳກິລິຍາຄືຄຳວ່າ "ຫລອກລວງ". ແປອີກຢ່າງວ່າ "ໃນທ່າມກາງພວກທ່ານບໍ່ມີຄົນໃດທີ່ຈະຖືກຫລອກລວງດ້ວຍຄວາມບາບ ແລະ ກາຍເປັນຄົນຫົວແຂງ" ຫລື "ທ່ານບໍ່ໄດ້ທຳບາບ ບໍ່ໄດ້ຫລອກລວງຕົວເອງຈົນທຳໃຫ້ພວກທ່ານກາຍເປັນຄົນຫົວແຂງ". (ເບິ່ງ: [[rc:///ta/man/translate/figs-abstractnouns]] ແລະ [[rc:///ta/man/translate/figs-metaphor]])