lo_tn/heb/03/07.md

2.8 KiB

ຂໍ້​ມູນ​ເຊື່ອມຕໍ່

ຄຳເຕືອນໃນທີ່ນີ້ເຕືອນວ່າການບໍ່ເຊື່ອຂອງຊາວອິສະຣາເອນຈະເຮັດໃຫ້ພວກເຂົາເກືອບທັງຫມົດບໍ່ໄດ້ເຂົ້າໃນດິນແດນທີ່ພຣະເຈົ້າໄດ້ຊົງສັນຍາເອົາໄວ້ ຄວາມບໍ່ເຊື່ອຂອງພວກເຂົາໄດ້ຮັບການອະທິບາຍໃຫ້ເຫັນພາບຊັດເຈນໃນພຣະທັມອົບພະຍົບ 17:1 ເມື່ອພວກເຂົາຈົ່ມຕໍ່ຕ້ານໂມເຊ ແລະ ສົງໃສວ່າພຣະເຈົ້າຊົງຢູ່ກັບພວກເຂົາ ຫລື ບໍ່.

ຂໍ້​ມູນ​ທົ່ວ​ໄປ

ຄຳກ່າວອ້າງອີງນີ້ມາຈາກພັນທະສັນຍາເດີມໃນພຣະທັມເພງສັນຣະເສີນ.

ຢ່າທຳໃຫ້ໃຈແຂງກະດ້າງເຫມືອນກັບຄົນທີ່ກະບົດ

"ຢ່າດື້ດ້ານ ແລະ ບໍ່ເຊື່ອຟັງພຣະອົງເຫມືອນກັບຊາວອິສະຣາເອນເຮັດເມື່ອພວກເຂົາກະບົດຕໍ່ຕ້ານພຣະເຈົ້າ" ຫລື ເລືອກທີ່ຈະເຊື່ອຟັງພຣະເຈົ້າ ຢ່າເປັນເຫມືອນຊາວອິສະຣາເອນທີ່ກະບົດຕໍ່ຕ້ານພຣະເຈົ້າ". (ເບິ່ງ: rc://*/ta/man/translate/figs-idiom)

ຖ້າຫາກພວກເຂົາໄດ້ຍິນສຽງຂອງພຣະອົງ

ຄຳສັ່ງຂອງພຣະເຈົ້າຕໍ່ຊາວອິສະຣາເອນໄດ້ຮັບການກ່າວວ່າ ເປັນການທີ່ພຣະອົງໄດ້ປະທານສຽງທີ່ໄດ້ຍິນໃຫ້ແກ່ພວກເຂົາ.

ເຫມືອນກັບຄົນທີ່ກະບົດໃນຊ່ວງເວລາທີ່ຖືກທົດສອບໃນຖິ່ນທຸລະກັນດານ.

ຄຳວ່າ "ກະບົດ" ແລະ "ການທົດສອບ" ໃນທີ່ນີ້ສາມາດຢູ່ໃນຮູບຂອງຄຳກິຣິຍາ. ແປອີກຢ່າງວ່າ "ເຫມືອນເມື່ອບັນພະບຸຣຸຸຂອງພວກເຂົາກະບົດຕໍ່ຕ້ານພຣະເຈົ້າ ແລະ ທົດສອບພຣະອົງໃນຖິ່ນທຸລະກັນດານ". (ເບິ່ງ: rc://*/ta/man/translate/figs-abstractnouns)