lo_tn/heb/03/05.md

3.7 KiB

ພຣະບຸດ

ນີ້ຄືຕຳແຫນ່ງທີ່ສຳຄັນຂອງພຣະເຢຊູຄື ພຣະບຸດຂອງພຣະເຈົ້າ. (ເບິ່ງ: rc://*/ta/man/translate/guidelines-sonofgodprinciples)

ໃນທາງຫນຶ່ງ

ຄຳເວົ້ານີ້ເລີ້ມຕົ້ນເປັນການປຽບທຽບລະຫວ່າງໂມເຊກັບພຣະຄຣິດ ຖ້າຫາກຈຳເປັນຄຳເວົ້ານີ້ສາມາດເວັ້ນໄວ້ຈາກການແປໄດ້.

ໃນບ້ານຂອງພຣະເຈົ້າ

ຊາວເຮັບເຣີຜູ້ທີ່ພຣະເຈົ້າຊົງສຳແດງພຣະອົງເອງນັ້ນຖືກກ່າວວ່າ ພວກເຂົາເປັນເຫມືອນບ້ານຕາມຕົວອັກສອນ ເຮົາສາມາດເບິ່ງການແປຂອງຄຳເວົ້ານີ້ໄດ້ໃນ 3:1. (ເບິ່ງ: rc://*/ta/man/translate/figs-metaphor)

ເຂົາເປັນພະຍານກ່ຽວກັບສິ່ງຕ່າງໆ.

ຄຳເວົ້ານີ້ເປັນໄປໄດ້ວ່າ ອ້າງເຖິງການງານຂອງໂມເຊທັງຫມົດ ແປອີກຢ່າງວ່າ "ຊີວິດ ແລະ ການງານຂອງໂມເຊຊີ້ໃຫ້ເຫັນເຖິງສິ່ງຕ່າງໆ". (ເບິ່ງ: rc://*/ta/man/translate/figs-metonymy)

ໃນອະນາຄົດຊຶ່ງໄດ້ຮັບການຕັດສັ່ງເຖິງ

ຄຳເວົ້ານີ້ສາມາດຢູ່ໃນຮູບຂອງປະໂຫຍກທີ່ມີປະທານເປັນຜູ້ກະທຳເອງໄດ້. ແປອີກຢ່າງວ່າ "ພຣະເຢຊູຈະຕັດສັ່ງໃນອະນາຄົດ". (ເບິ່ງ: rc://*/ta/man/translate/figs-activepassive)

ມີອຳນາດໃນບ້ານຂອງຂ້າພະເຈົ້າ

ຄຳເວົ້ານີ້ກ່າວເຖິງປະຊາກອນຂອງພຣະເຈົ້າວ່າພວກເຂົາເປັນເຫມືອນບ້ານຕາມຕົວອັກສອນ. ແປອີກຢ່າງວ່າ "ຜູ້ທີ່ຄອບຄອງເຫນືອປະຊາກອນຂອງພຣະເຈົ້າ". (ເບິ່ງ: rc://*/ta/man/translate/figs-metaphor)

ພວກເຮົາເປັນບ້ານຂອງພຣະເຈົ້າ

ຄຳເວົ້ານີ້ກ່ຽວກັບປະຊາກອນຂອງພຣະເຈົ້າວ່າພວກເຂົາເປັນເຫມືອນບ້ານຕາມຕົວອັກສອນ. ແປອີກຢ່າງວ່າ "ເຮົາເປັນປະຊາກອນຂອງພຣະເຈົ້າ". (ເບິ່ງ: rc://*/ta/man/translate/figs-metaphor)

ຖ້າຫາກພວກເຮົາຢືນຢັດໃນຄວາມກ້າຫານ ແລະ ໃນຄວາມຫມັ້ນໃຈຂອງພວກເຮົາ

ຄຳວ່າ "ກ້າຫານ" ແລະ "ຄວາມຫມັ້ນໃຈ" ເປັນນາມມະທໍາ ແລະ ສາມາດໃຊ້ໃນຮູບຂອງຄຳກິລິຍາໄດ້. ແປອີກຢ່າງວ່າ "ຖ້າພວກເຮົາຍັງຄົງກ້າຫານ ແລະ ຊື່ນຊົມຍິນດີໃນການຄາດຫວັງໃຫ້ພຣະເຈົ້າຊົງກະທຳຕາມທີ່ພຣະອົງໄດ້ຊົງສັນຍາໄວ້ນັ້ນ". (ເບິ່ງ: rc://*/ta/man/translate/figs-abstractnouns)