lo_tn/heb/03/01.md

4.2 KiB

ຂໍ້​ມູນ​ເຊື່ອມຕໍ່

ຄຳເຕືອນຄັ້ງທີສອງນີ້ຍາວກ່ວາ ແລະ ມີລາຍລະອຽດຫລາຍ ກ່ວາ ຊຶ່ງລວມທັງບົດທີ 3 ແລະ ບົດທີ 4 ຜູ້ຂຽນເລີ່ມສະແດງໃຫ້ເຫັນວ່າພຣະຄຣິດຊົງປະເສີດກ່ວາຜູ້ຮັບໃຊ້ຂອງພຣະອົງຄືໂມເຊ.

ພີ່ນ້ອງຜູ້ບໍຣິສຸດ

ຄຳວ່າ "ພີ່ນ້ອງ" ໃນທີ່ນີ້ຫມາຍເຖິງພີ່ນ້ອງຄຣິສະຕຽນຊຶ່ງລວມທັງຊາຍ ແລະ ຍິງ. ແປອີກຢ່າງວ່າ "ພີ່ນ້ອງຊາຍຍິງຜູ້ບໍຣິສຸດ" ຫລື "ພີ່ນ້ອງຜູ້ເຊື່ອຜູ້ບໍຣິສຸດຂອງຂ້າພະເຈົ້າ". (ເບິ່ງ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-gendernotations]])

ທີ່ເຮົາຍອມຮັບນັ້ນ

ຄຳເວົ້ານີ້ສາມາດໃຊ້ຖ້ອຍຄຳໃຫມ່ເພື່ອຄຳນາມທີ່ເປັນນາມທັມຄືຄຳວ່າ "ການຍອມຮັບ" ຈະຖືກໃສ່ໃນຮູບຄຳກິລິຍາວ່າ "ຍອມຮັບ" ໄດ້D ແປອີກຢ່າງວ່າ "ຜູ້ທີ່ເຮົາຍອມຮັບ" ຫລື "ໃນຜູ້ທີ່ເຮົາເຊື່ອ". (ເບິ່ງ: rc://*/ta/man/translate/figs-abstractnouns)

ພວກທ່ານຜູ້ເຂົ້າສ່ວນໃນການຊົງເອີ້ນຈາກສະຫວັນ

ຄຳວ່າ"ຈາກສະຫວັນ" ນີ້ແທນເຖິງພຣະເຈົ້າ. ແປອີກຢ່າງວ່າ "ພຣະເຈົ້າໄດ້ຊົງເອີ້ນເຮົາໃຫ້ເຂົ້າມາເໝືອນກັນ". (ເບິ່ງ: rc://*/ta/man/translate/figs-metonymy)

ອັກຄະຣະທູດ

ຄຳນີ້ຫມາຍເຖິງໃຜບາງຄົນທີ່ຖືກສົ່ງອອກໄປ ໃນຕອນນີ້ບໍ່ໄດ້ກ່າວເຖິງອັກຄະຣະທູດຄົນໃດໃນສິບສອງຄົນ. ແປອີກຢ່າງວ່າ "ຜູ້ທີ່ສົ່ງອອກໄປ".

ໃນບ້ານຂອງພະເຈົ້າ

ຊາວເຮັບເຣີຜູ້ທີ່ພຣະເຈົ້າຊົງສຳແດງພຣະອົງເອງນັ້ນຖືກກ່າວວ່າພວກເຂົາເປັນເຫມືອນບ້ານຕາມຕົວອັກສອນ. ແປອີກຢ່າງວ່າ "ຕໍ່ປະຊາກອນຂອງພຣະເຈົ້າທັງຫມົດ". (ເບິ່ງ: rc://*/ta/man/translate/figs-metaphor)

ພຣະເຢຊູໄດ້ຮັບການພິຈາລະນາວ່າ

ປະໂຫຍກນີ້ສາມາດຢູ່ໃນຮູບປະໂຫຍກທີ່ມີປະທານເປັນຜູ້ກະທຳເອງໄດ້. ແປອີກຢ່າງວ່າ "ພຣະເຈົ້າໄດຊົງພິຈາລະນາພຣະເຢຊູ". (ເບິ່ງ: rc://*/ta/man/translate/figs-activepassive)

ຜູ້ສ້າງທຸກສິ່ງ

ການທຳງານໃນການຊົງສ້າງໂລກຂອງພຣະເຈົ້າຖືກກ່າວວ່າເປັນການທີ່ພຣະອົງຊົງສ້າງບ້ານຫລັງຫນຶ່ງ. (ເບິ່ງ: rc://*/ta/man/translate/figs-metaphor)

ບ້ານທຸກຫລັງຈະຕ້ອງມີຄົນຜູ້ສ້າງບ້ານ

ປະໂຫຍກນີ້ສາມາດຢູ່ໃນຮູບປະໂຫຍກທີ່ມີປະທານເປັນຜູ້ກະທຳເອງໄດ້. ແປອີກຢ່າງວ່າ "ບ້ານທຸກຫລັງມີໃຜບາງຄົນທີ່ສ້າງມັນຂຶ້ນມາ". (ເບິ່ງ: rc://*/ta/man/translate/figs-activepassive)