lo_tn/heb/02/11.md

3.5 KiB

ຂໍ້​ມູນ​ທົ່ວ​ໄປ

ຄຳເຜີຍພຣະວະຈະນະອ້າງອີງນີ້ມາຈາເພງສັນລະເສີນຂອງກະສັດດາວິດ

ຜູ້ຫນຶ່ງທີ່ຍອມອຸທິດຊີວິດ

"ຜູ້ຫນຶ່ງທີ່ທຳໃຫ້ຜູ້ອື່ນບໍຣິສຸດ" ຫລື "ຜູ້ຫນຶ່ງທີ່ທຳໃຫ້ຜູ້ອື່ນບໍຣິສຸດຈາກບາບ".

ຄົນເຫລົ່ານັ້ນທີ່ໄດ້ຮັບການອຸທິດມອບໄວ້

ສາມາດຢູ່ໃນຮູບປະໂຫຍກທີ່ມີປະທານເປັນຜູ້ກະທຳເອງໄດ້. ແປອີກຢ່າງວ່າ "ຄົນເຫລົ່ານນັ້ນທີ່ພຣະອົງທຳໃຫ້ບໍຣິສຸດ" ຫລື "ຄົນເຫລົ່ານັ້ນທີ່ເຂົາທຳໃຫ້ບໍຣິສຸດຈາກບາບ". (ເບິ່ງ: rc://*/ta/man/translate/figs-activepassive)

ມາຈາກແຫລ່ງກຳເນີດດຽວກັນ

ການມີທີ່ມາດຽວກັນ ຫລື ສາເຫດຢ່າງດຽວກັນໃນການດຳລົງຢູ່ນັ້ນຖືກກ່າວເຖິງວ່າເປັນການມາຈາກແຫລ່ງດຽວກັນ. ແປອີກຢ່າງວ່າ "ມາຈາກພຣະເຈົ້າ" ຫລື "ມີພຣະບິດາອົງດຽວກັນ". (ເບິ່ງ: rc://*/ta/man/translate/figs-metaphor)

ຈິ່ງບໍ່ລະອາຍທີ່ຈະຮຽກພວກເຂົາວ່າພີ່ນ້ອງ

ປະໂຫຍກປະຕິເສດຊ້ອນປະຕິເສດນີ້ຫມາຍຄວາມວ່າພຣະອົງຈະຊົງເອີ້ນພວກເຂົາວ່າເປັນພີ່ນ້ອງຂອງພຣະອົງ. ແປອີກຢ່າງວ່າ "ຊົງພຣະໄທທີ່ຈະຮຽກພວກເຂົາວ່າເປັນພີ່ນ້ອງຂອງພຣະອົງ". (ເບິ່ງ: rc://*/ta/man/translate/figs-doublenegatives)

ພີ່ນ້ອງ

ຄຳນີ້ຫມາຍເຖິງທຸກຄົນທີ່ໄດ້ເຊື່ອໃນພຣະເຢຊູຊຶ່ງລວມທັງຊາຍ ແລະ ຍິງ. (ເບິ່ງ: rc://*/ta/man/translate/figs-gendernotations)

ຂ້າພຣະອົງຈະປະກາດເຖິງພຣະນາມຂອງພຣະອົງແກ່ພີ່ນ້ອງຂອງຂ້າພຣະອົງ.

ຄຳວ່າ"ພຣະນາມ"ນີ້ຫມາຍເຖິງຊື່ສຽງຂອງບຸກຄົນນັ້ນ ແລະ ສິ່ງທີ່ພວກເຂົາໄດ້ກະທຳ. ແປອີກຢ່າງວ່າ "ຂ້າພຣະອົງຈະປະກາດຕໍ່ພີ່ນ້ອງຂອງຂ້າພຣະອົງເຖິງສິ່ງຍິ່ງໃຫຍ່ທີ່ພຣະອົງໄດ້ຊົງກະທຳ". (ເບິ່ງ: rc://*/ta/man/translate/figs-metonymy)

ຈາກພາຍໃນທີ່ຊຸມນຸມ

"ເມື່ອບັນດາຜູ້ເຊື່ອມາລວມກັນນະມັດສະການພຣະເຈົ້າ".

ພຣະເຢຊູຄຣິດເຈົ້າ ຈຶ່ງບໍ່ລະອາຍ

ພຣະເຢຊູຄຣິດເຈົ້າ ຈຶ່ງບໍ່ລະອາຍ.