lo_tn/heb/02/09.md

5.2 KiB

ຂໍ້​ມູນ​ເຊື່ອມຕໍ່

ຜູ້ຂຽນເຕືອນຜູ້ເຊື່ອຊາວເຮັບເຣີເຫລົ່ານີ້ໃຫ້ລະນຶກເຖິງພຣະຄຣິດທີ່ໄດ້ສະເດັດມາຢູ່ໃນສະຖານະທີ່ຕ່ຳກ່ວາບັນດາທູດສະຫວັນ ເມື່ອພຣະອົງສະເດັດມາໃນໂລກນີ້ເພື່ອທົນທຸກຈົນເຖິງຄວາມມໍຣະນາເພື່ອອະໄພໂທດຄວາມບາບຜິດ ແລະ ການທີ່ພຣະອົງຊົງເປັນມະຫາປະໂລຫິດຜູ້ຊົງເມດຕາຕໍ່ບັນດາຜູ້ເຊື່ອທັງຫລາຍ.

ຕ່ຳກ່ວາບັນດາທູດສະຫວັນ..ສັກສີ ແລະ ກຽດຕິຍົດ

ຜູ້ຂຽນກ່າວເຖິງຜູ້ຄົນທີ່ມີຄວາມສຳຄັນນ້ອຍກ່ວາພວກທູດສະຫວັນ ວ່າເປັນການທີ່ມະນຸດກຳລັງຢືນຢູ່ໃນຕຳແຫນ່ງທີ່ຕ່ຳກ່ວາຕຳແຫນ່ງຂອງທູດສະຫວັນ. ແປໄດ້ອີກຢ່າງວ່າ "ສຳຄັນນ້ອຍກ່ວາພວກທູດສະຫວັນ". (ເບິ່ງ: rc://*/ta/man/translate/figs-metaphor)

ເຮົາເຫັນຜູ້ຫນຶ່ງ

"ເຮົາຮູ້ວ່າມີຜູ້ຫນຶ່ງ".

ທີ່ຖືກທຳໃຫ້

ຄຳເວົ້ານີ້ສາມາດຢູ່ໃນຮູບແບບຂອງປະໂຫຍກທີ່ມີປະທານເປັນຜູ້ກະທຳເອງໄດ້. ແປໄດ້ອີກຢ່າງວ່າ "ຜູ້ທີ່ພຣະເຈົ້າຊົງກະທຳໃຫ້". (ເບິ່ງ : rc://*/ta/man/translate/figs-activepassive)

ສວມມົງກຸດ

ສາມາດຢູ່ໃນຮູບປະໂຫຍກທີ່ມີປະທານເປັນຜູ້ກະທຳເອງ. ແປອີກຢ່າງວ່າ "ພຣະເຈົ້າສວມມົງກຸດໃຫ້ເຂົາ".(ເບິ່ງ: [[rc:///ta/man/translate/figs-activepassive]],: [[rc:///ta/man/translate/figs-metaphor]])

ໄດ້ຊີມຣົດຄວາມຕາຍ

ປະສົບການແຫ່ງຄວາມຕາຍນີ້ຖືກກ່າວວ່າເປັນດັ່ງອາຫານທີ່ໄດ້ຮັບການຊີມຣົດ. ແປອີກຢ່າງວ່າ "ໄດ້ປະສົບກັບຄວາມຕາຍ "ຫລື "ໄດ້ຕາຍ". (ເບິ່ງ: rc://*/ta/man/translate/figs-metaphor)

ເພື່ອມະນຸດທຸກຄົນ

ຄຳວ່າ "ມະນຸດ" ຄຳນີ້ຫມາຍເຖິງຄົນທົ່ວໄປທັງຫມົດລວມທັງຊາຍ ແລະ ຍິງ. ແປອີກຢ່າງວ່າ "ເພື່ອທຸກບຸກຄົນ". (ເບິ່ງ: rc://*/ta/man/translate/figs-gendernotations)

ນຳບັນດາບຸດມາກມາຍໄປສູ່ສັກສີ

ຂອງປະທານແຫ່ງສັກສີຖືກກ່າວໃນທີ່ນີ້ວ່າເປັນເຫມືອນກັບສະຖານທີ່ທີ່ຜູ້ຄົນສາມາດຖືກນຳໄປເຖິງ. ແປອີກຢ່າງວ່າ "ຊ່ວຍບັນດາບຸດມາກມາຍໃຫ້ລອດ". (ເບິ່ງ: rc://*/ta/man/translate/figs-metaphor)

ບຸດມາກມາຍ

ອ້າງອີງເຖິງຜູ້ເຊື່ອທັງຫລາຍໃນພຣະຄຣິດ ລວມທັງຊາຍ ແລະຍິງ. ແປອີກຢ່າງວ່າ "ຜູ້ເຊື່ອມາກມາຍ". (ເບິ່ງ: rc://*/ta/man/translate/figs-gendernotations)

ຜູ້ເບີກທາງແຫ່ງຄວາມລອດ

ຜູ້ຂຽນກ່າວເຖິງຄວາມລອດວ່າເປັນເຫມືອນສະຖານທີ່ແຫ່ງຫນຶ່ງທີ່ພຣະເຢຊູນຳພວກເຂົາໄປ ສິ່ງນີ້ຫມາຍຄວາມວ່າພຣະເຢຊູຊົງເປັນບຸກຄົນນັ້ນທີ່ເລີ້ມຕົ້ນກະທຳກ່ອນເພື່ອຊ່ວຍຄົນອື່ນໆໃຫ້ລອດໄດ້. ແປອີກຢ່າງວ່າ "ຜູ້ຫນຶ່ງທີ່ຊ່ວຍຄົນອື່ນໆໃຫ້ລອດ". (ເບິ່ງ: rc://*/ta/man/translate/figs-metaphor)

ແລ້ວສົມບູນ

ການເປັນຜູ້ໃຫຍ່ ແລະ ໄດ້ຮັບການຝຶກຝົນຢ່າງສົມບູນ ຖືກກ່າວເຖິງວ່າເປັນບຸກຄົນຫນຶ່ງທີ່ຖືກທຳໃຫ້ສົມບູນ ບາງທີອາດເປັນຄວາມສົມບູນໃນສ່ວນຕ່າງໆທັງຫມົດຂອງຮ່າງກາຍຂອງເຂົາ. (ເບິ່ງ: rc://*/ta/man/translate/figs-metaphor)