lo_tn/heb/02/07.md

3.5 KiB

ໃຫ້ຕ່ຳກ່ວາບັນດາທູດສະຫວັນພຽງເລັກນ້ອຍ

ຜູ້ຂຽນກ່າວເຖິງຜູ້ຄົນທີ່ມີຄວາມສຳຄັນນ້ອຍກ່ວາພວກທູດສະຫວັນ ວ່າເປັນການທີ່ມະນຸດກຳລັງຢືນຢູ່ໃນຕຳແຫນ່ງທີ່ຕ່ຳກ່ວາຕຳແຫນ່ງຂອງທູດສະຫວັນ. ແປໄດ້ອີກຢ່າງວ່າ "ສຳຄັນນ້ອຍກ່ວາພວກທູດສະຫວັນ". (ເບິ່ງ: rc://*/ta/man/translate/figs-metaphor)

ສ້າງມະນຸດ..ສວມມຸງກຸດ..ເທົ້າ.ຂອງເຂົາ

ໃນທີ່ນີ້ ຄຳເວົ້າຕ່າງໆເຫລົ່ານີ້ບໍ່ໄດ້ຫມາຍເຖິງບຸກຄົນທີ່ເຈາະຈົງແຕ່ຫມາຍເຖິງມະນຸດທັງຫລາຍທົ່ວໄປ ລວມທັງຊາຍ ແລະ ຍິງ. ແປອີກຢ່າງໄດ້ວ່າ "ສ້າງມະນຸດທັງຫລາຍ..ສວມມຸງກຸດໃຫ້ພວກເຂົາ..ເທົ້າຂອງພວກເຂົາ..ຂອງພວກເຂົາ". (ເບິ່ງ: [[rc:///ta/man/translate/figs-genericnoun]] ແລະ [[rc:///ta/man/translate/figs-gendernotations]])

ພຣະອົງສວມມຸງກຸດແຫ່ງສັກສີແລະກຽດຕິຍົດໃຫ້ແກ່ພວກເຂົາ

ຂອງປະທານແຫ່ງສັກສີ ແລະ ກຽດຕິຍົດຖືກກ່າວເຖິງວ່າເປັນເຫມືອນດັ່ງມຸງກຸດໃບໄມ້ເທິງຫົວ ແລະ ກຽດຕິຍົດອັນຍິ່ງໃຫຍ່ໃຫ້ແກ່ພວກເຂົາ". (ເບິ່ງ: rc://*/ta/man/translate/figs-metaphor)

ພຣະອົງວາງທຸກສິ່ງໃຫ້ຢູ່ພາຍໃຕ້ເທົ້າແຫ່ງການປົກຄອງຂອງເຂົາ.

ຜູ້ຂຽນກ່າວເຖິງບັນດາມະນຸດທີ່ຄວບຄຸມເຫນືອທຸກສິ່ງວ່າເປັນການທີ່ພວກເຂົາຢຽບທຸກສິ່ງດ້ວຍເທົ້າຂອງພວກເຂົາ. ແປໄດ້ອີກຢ່າງວ່າ "ພຣະອົງໄດ້ປະທານການຄວບຄຸມເຫນືອທຸກສິ່ງໃຫ້ແກ່ພວກເຂົາ". (ເບິ່ງ rc://*/ta/man/translate/figs-metaphor)

ພຣະອົງບໍ່ໄດ້ໃຫ້ມີຈັກສິ່ງດຽວທີ່ບໍ່ຢູ່ພາຍໃຕ້ການປົກຄອງຂອງເຂົາ.

ການປະຕິເສດຊ້ອນປະຕິເສດນີ້ຫມາຍຄວາມວ່າທຸກສິ່ງຈະຢູ່ພາຍໃຕ້ການປົກຄອງຂອງພຣະຄຣິດ. ແປໄດ້ອີກຢ່າງວ່າ "ພຣະເຈົ້າຊົງສ້າງທຸກສິ່ງໃຫ້ຢູ່ພາຍໃຕ້ພວກເຂົາ".(ເບິ່ງ: rc://*/ta/man/translate/figs-doublenegatives)

ແຕ່ຕອນນີ້ເຮົາຍັງບໍ່ເຫັນທຸກສິ່ງທີ່ຢູ່ພາຍໃຕ້ເຂົາ

"ເຮົາຮູ້ວ່າມະນຸດທັງຫລາຍຍັງບໍ່ໄດ້ຄວບຄຸມທຸກສິ່ງ".