lo_tn/heb/01/10.md

4.1 KiB

ຂໍ້ມູນເຊື່ອມຕໍ່

ຜູ້ຂຽນຍັງຄົງອະທິບາຍວ່າ ພຣະເຢຊູຊົງສູງສົ່ງກ່ວາບັນດາທູດສະຫວັນ.

ຂໍ້​ມູນ​ທົ່ວ​ໄປ

ຄຳອ້າງອີງນີ້ມາຈາກ ພຣະຄຳເພງສັນລະເສີນ.

ໃນແຕ່ຕົ້ນ

"ກ່ອນທຸກສິ່ງຈະຖືກສ້າງ".

ພຣະອົງໄດ້ວາງຮາກຖານຂອງແຜ່ນດິນໂລກ

ຜູ້ຂຽນກ່າວເຖິງພຣະເຈົ້າຊົງສ້າງແຜ່ນດິນໂລກ ເຫມືອນກັບທີ່ພຣະອົງຊົງສ້າງອາຄານທີ່ຕັ້ງຢູ່ເຖິງຮາກຖານຫນຶ່ງ. ແປອີກຢ່າງໄດ້ວ່າ "ພຣະອົງໄດ້ຊົງສ້າງແຜ່ນດິນໂລກ". (ເບິ່ງ: rc://*/ta/man/translate/figs-metaphor)

ຟ້າສະຫັນເປັນຜົນງານແຫ່ງສີພຣະຫັດຂອງພຣະອົງ

ຄຳວ່າ "ພຣະຫັດ" ໃນທີ່ນີ້ຫມາຍເຖິງລິດອຳນາດ ແລະ ການກະທຳຂອງພຣະເຈົ້າ. ແປໄດ້ອີກຢ່າງວ່າ "ພຣະອົງໄດ້ຊົງສ້າງຟ້າສະຫວັນ". (ເບິ່ງ : rc://*/ta/man/translate/figs-metonymy)

ພວກນັ້ນຈະດັບສູນໄປ

"ຟ້າສະຫວັນ ແລະ ແຜ່ນດິນໂລກຈະສະຫລາຍໄປ" ຫຼື "ຟ້າສະຫວັນ ແລະ ແຜ່ນດິນໂລກຈະບໍ່ດຳລົງອີກຕໍ່ໄປ".

ເກົ່າໄປເຫມືອນກັບເສື້ອຜ້າຕົວຫນຶ່ງ

ຜູ້ຂຽນກ່າວເຖິງຟ້າສະຫວັນ ແລະ ແຜ່ນດິນໂລກວ່າ ພວກມັນເປັນເຫມືອນເສື້ອຜ້າຕົວຫນຶ່ງທີ່ເກົ່າລົງໄປ ແລະ ບໍ່ສາມາດໃຊ້ປະໂຫຍດຫຍັງໄດ້ອີກ. (ເບິ່ງ: rc://*/ta/man/translate/figs-simile)

ມວ້ນພວກມັນເຫມືອນກັບເສື້ອຄຸມ

ຜູ້ຂຽນເວົ້າເຖິງຟ້າສະຫວັນ ແລະ ແຜ່ນດິນໂລກວ່າ ພວກມັນເປັນເຫມືອນກັບເສື້ອຜ້າຄຸມ ຫລື ເສື້ອຜ້າອື່ນໆທີ່ສວມໃສ່ດ້ານນອກ. (ເບິ່ງ: rc://*/ta/man/translate/figs-simile)

ພວກມັນທຳໃຫ້ປ່ຽນໄປເປັນເຫມືອນກັບຜ້າຊິ້ນຫນຶ່ງ

ຜູ້ຂຽນເວົ້າເຖິງຟ້າສະຫວັນ ແລະ ແຜ່ນດິນໂລກວ່າພວກມັນເປັນເຫມືອນເສື້ອຜ້າທີ່ສາມາດສະຫລັບປ່ຽນກັບເສື້ອຜ້າອື່ນໆໄດ້. (ເບິ່ງ: rc://*/ta/man/translate/figs-simile)

ພວກມັນຈະຖືກທຳໃຫ້ປ່ຽນໄປ

ນີ້ສາມາດກ່າວໃນຮູບແບບປະໂຫຍກທີ່ປະທານເປັນຜູ້ກະທຳໄດ້. ແປໄດ້ອີກຢ່າງວ່າ "ພຣະອົງຈະປ່ຽນພວກມັນ".(ເບິ່ງ: rc://*/ta/man/translate/figs-activepassive)

ປີທັງຫລາຍຂອງພຣະອົງກໍບໍ່ສິ້ນສຸດ

ຊ່ວງລະຍະເວລານີ້ຖືກໃຊ້ເພື່ອເປັນຕົວແທນເຖິງການດຳລົງຢູ່ອັນເປັນນິລັນດອນຂອງພຣະເຈົ້າ. ແປໄດ້ອີກຢ່າງວ່າ "ຊີວິດຂອງພຣະອົງຈະບໍ່ມີວັນສິ້ນສຸດ". (ເບິ່ງ: rc://*/ta/man/translate/figs-metaphor)