lo_tn/heb/01/04.md

3.3 KiB

ຂໍ້ມູນທົ່ວໄປ

ພຣະຄຳເບື້ອງຕົ້ນນັ້ນອ້າງອີງ (ເຈົ້າເປັນບຸດຂອງເຮົາ) ມາຈາກພຣະຄຳເພງສັນລະເສີນ. ຜູ້ປະກາດພຣະທຳຊາມູເອນຂຽນເປັນຄັ້ງທີສອງ (ເຮົາຈະເປັນບິດາຂອງເຂົາ) ເຫດການທີ່ເກີດຂຶ້ນທັງຫມົດກ່ຽວກັບ"ເຂົາ" ນັ້ນກ່າວເຖິງພຣະເຢຊູຜູ້ຊົງເປັນພຣະບຸດຄຳວ່າ "ເຈົ້າ" ກ່າວເຖິງພຣະເຢຊູ ແລະ ຄຳວ່າ "ເຮົາ" ແລະ "ຂອງເຮົາ" ກ່າວເຖິງພຣະເຈົ້າພຣະບິດາ.

ພຣະອົງໄດ້ເກີດມາ

"ພຣະບຸດໄດ້ກາຍເປັນ".

ທີ່ໄດ້ຮັບມາເປັນ

ຜູ້ຂຽນເວົ້າເຖິງການໄດ້ຮັບກຽດຕິຍົດ ແລະ ສິດອຳນາດຄືກັບວ່າລາວກຳລັງສືບທອດຄວາມຮັ່ງມີ ແລະ ຊັບສິນຈາກພໍ່ຂອງລາວ. ແປອີກຢ່າງວ່າ: "ລາວໄດ້ຮັບ". (ເບິ່ງ: rc://*/ta/man/translate/figs-metaphor)

ເພາະມີທູດສະຫວັນອົງໃດບໍ ທີ່ພຣະເຈົ້າເຄີຍກ່າວກັບເຂົາວ່າ,“ທ່ານເປັນບຸດຂອງເຮົາ, ວັນນີ້ ເຮົາເປັນບິດາຂອງພວກທ່ານ.” ແລະ ກ່າວອີກວ່າ, “ເຮົາຈະເປັນບິດາຂອງເຂົາ, ແລະ ເຂົາກໍຈະເປັນບຸດຂອງເຮົາ.”

ອີກຄັ້ງຄຳຖາມເນັ້ນຊັດເຈນວ່າ ພຣະເຈົ້າບໍ່ໄດ້ເອີ້ນທູດສະຫວັນໃດໆວ່າເປັນພຣະບຸດຂອງພຣະອົງ. ແປໄດ້ອີກຢ່າງວ່າ: "ແລະອີກຄັ້ງວ່າພຣະເຈົ້າບໍ່ໄດ້ຊົງເວົ້າຕໍ່ທູດສະຫວັນໃດໆ..ເປັນບຸດຂອງເຮົາ". (ເບິ່ງ: rc://*/ta/man/translate/figs-rquestion)

ທ່ານເປັນບຸດຂອງເຮົາ, ວັນນີ້ ເຮົາເປັນບິດາຂອງພວກທ່ານ

ປະໂຫຍກສອງຢ່າງນີ້ມີຄວາມຫມາຍຄືກັນ. (ເບິ່ງ: rc://*/ta/man/translate/figs-parallelism)

ອີກວ່າ

ຄຳວ່າ "ກ່າວອີກວ່າ" ຊີ້ໃຫ້ເຫັນວ່າຄຳຖາມທີ່ຄ້າຍຄືກັນນີ້ໃຊ້ກັບ ຄຳເວົ້າທີ່ສອງ. ຄຳວ່າ "ອີກວ່າ" ສາມາດຖືກລຶບອອກງ່າຍໆ ຫລື ປ່ຽນແທນຄຳຖາມ. ແປອີກຢ່າງວ່າ: "ແລະ" ຫຼື "ແລະພຣະເຈົ້າເຄີຍກ່າວວ່າທູດສະຫວັນອົງໃດ?" (ເບິ່ງ: rc://*/ta/man/translate/figs-ellipsis)