lo_tn/hab/01/01.md

1.5 KiB

ນີ້ແມ່ນຖ້ອຍຄຳຂອງຜູ້ປະກາດພຣະທັມ ຮາບາກຸກທີ່ໄດ້ຮັບ

ຄຳເຫລົ່ານີ້ແນະນຳສອງບົດທຳອິດຂອງປຶ້ມ. ຖ້າພາສາຂອງທ່ານຕ້ອງການປະໂຫຍກທີ່ສົມບູນ, "ນີ້ແມ່ນຖ້ອຍຄຳຂອງຜູ້ປະກາດພຣະທັມຮາບາກຸກ ທີ່ໄດ້ຮັບຈາກພຣະເຈົ້າ."

ພຣະຢາເວ

ນີ້ແມ່ນຊື່ຂອງພຣະເຈົ້າທີ່ພຣະອົງໄດ້ເປີດເຜີຍຕໍ່ປະຊາຊົນຂອງພຣະອົງໃນພຣະສັນຍາເດີມ. ເບິ່ງທີ່ຫນ້າການແປຄຳສັບກ່ຽວກັບພຣະຢາເວ ກ່ຽວກັບວິທີການແປພາສານີ້.

ຂ້ານ້ອຍຈະຕ້ອງຮ້ອງຂໍຄວາມຊ່ອຍເຫລືອຈາກພຣະອົງອີກດົນປານໃດ, ແລະ ພຣະອົງຈຶ່ງຈະຮັບຟັງຂ້ານ້ອຍ?

ອາດແປໄດ້ອີກວ່າ: "ຂ້ານ້ອຍໄດ້ຮ້ອງຂໍຄວາມຊ່ວຍເຫລືອມາດົນແລ້ວ, ແຕ່ພຣະອົງຊົງເຮັດຄືກັບວ່າພຣະອົງບໍ່ໄດ້ຍິນຂ້ານ້ອຍ!" (ເບິ່ງ: rc://*/ta/man/translate/figs-rquestion)