lo_tn/gen/50/15.md

5.0 KiB

ມີຍັງຈະເກີດຂຶ້ນຖ້າໂຢເຊັບຍັງໃຈຮ້າຍໃຫ້ພວກເຮົາ

ໃນນີ້ຄວາມໃຈຮ້າຍໄດ້ຖືກກ່າວເຖິງວ່າ ມັນເປັນສິ່ງທີ່ມີຕົວຕົນທີ່ໂຢເຊັບສາມາດຈັບໄວ້ໃນມືຂອງລາວ. ອາດແປໄດ້ອີກວ່າ: "ຈະເປັນແນວໃດຖ້າໂຢເຊັບຍັງໂກດແຄ້ນພວກເຮົາອີ່ຫລີ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຕ້ອງການເເກ້ເເຄ້ນພວກເຮົາຍ່າງເຕັມທີ່ສຳລັບສິ່ງທີ່ຊົ່ວຮ້າຍທີ່ພວກເຮົາໄດ້ກະທຳໄວ້ກັບເຂົາ

ການແກ້ແຄ້ນກັບຜູ້ທີ່ທຳຮ້າຍເຂົາ ຖືກເວົ້າຄືກັບວ່າຄົນນັ້ນຈ່າຍຄືນໃຫ້ເຈົ້າຂອງຫນີ້ຕາມຈຳນວນທີ່ເຂົາເປັນຫນີ້ຢູ່. ອາດແປໄດ້ອີກວ່າ: "ຕ້ອງການແກ້ແຄ້ນຕໍ່ສິ່ງທີ່ຊົ່ວຮ້າຍ ທີ່ພວກເຮົາໄດ້ເຮັດກັບລາວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ພໍ່ຂອງທ່ານໄດ້ສັ່ງໄວ້ກ່ອນທີ່ທ່ານຈະຕາຍ,ວ່າ, ຈົ່ງບອກໂຢເຊັບດັ່ງນີ້ວ່າ, "ຂໍໃຫ້ຍົກໂທດການລ່ວງລະເມີດຂອງພວກອ້າຍຂອງເຈົ້າ ເເລະຄວາມບາບຂອງພວກເຂົາໄດ້ກະທຳສິ່ງທີ່ຜິດຕໍ່ເຈົ້າ."'

ປະໂຫຍກນີ້ແມ່ນຄຳຢືມເປັນບຸກຄົນທີສອງ ແລະ ຄຳຢືມເປັນບຸກຄົນທີສາມ. ພວກມັນສາມາດຖືກກ່າວເຖິງເປັນຄຳເວົ້າຢືມທາງອ້ອມ. ອາດແປໄດ້ອີກວ່າ: "ພໍ່ຂອງທ່ານໄດ້ແນະນຳ ພວກເຮົາກ່ອນທີ່ລາວຈະເສຍຊີວິດ ເພື່ອບອກທ່ານໃຫ້ອະໄພພວກເຮົາສຳລັບສິ່ງທີ່ຊົ່ວຮ້າຍທີ່ພວກເຮົາໄດ້ເຮັດກັບທ່ານ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-quotesinquotes]] ແລະ [[rc:///ta/man/translate/figs-quotations]])

ພໍ່ຂອງທ່ານໄດ້ສັ່ງໄວ້ກ່ອນທີ່ທ່ານຈະຕາຍ, ວ່າ

"ຢາໂຄບເປັນພໍ່ຂອງພວກອ້າຍນ້ອງທັງຫມົດ. ໃນທີ່ນີ້ພວກເຂົາເວົ້າວ່າ "ພໍ່ຂອງເຈົ້າ" ເພື່ອເນັ້ນຫນັກວ່າໂຢເຊັບຕ້ອງເອົາໃຈໃສ່ກັບສິ່ງທີ່ພໍ່ຂອງລາວເວົ້າ. ອາດແປໄດ້ອີກວ່າ: "ກ່ອນທີ່ພໍ່ຂອງພວກເຮົາຈະເສຍຊີວິດລາວໄດ້ເວົ້າວ່າ"

ເເລະຄ ວາມບາບຂອງພວກເຂົາໄດ້ກະທຳສິ່ງທີ່ຜິດຕໍ່ເຈົ້າ

"ສໍາລັບສິ່ງທີ່ຊົ່ວຮ້າຍທີ່ພວກເຂົາໄດ້ເຮັດກັບເຈົ້າ"

ບັດນີ້

ໃນນີ້ບໍ່ໄດ້ຫມາຍຄວາມວ່າ "ເວລານີ້," ແຕ່ຖືກນຳໃຊ້ເພື່ອດຶງດູດຄວາມສົນໃຈຕໍ່ຈຸດສຳຄັນທີ່ຕາມມາ.

ຂໍໃຫ້ຍົກໂທດພວກຄົນຮັບໃຊ້ຂອງພຣະເຈົ້າຂອງພໍ່ຂອງທ່ານ

ພວກອ້າຍໄດ້ອ້າງອີງຕົນເອງວ່າ "ເປັນຜູ້ຮັບໃຊ້ຂອງພຣະເຈົ້າຂອງພໍ່ທ່ານ." ສິ່ງນີ້ສາມາດເວົ້າເປັນບຸກຄົນທຳອິດ. ອາດແປໄດ້ອີກວ່າ: "ກະລຸນາໃຫ້ອະໄພພວກເຮົາ, ຜູ້ຮັບໃຊ້ຂອງພຣະເຈົ້າຂອງພໍ່ຂອງພວກເຮົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-123person)

ໂຢເຊັບໄດ້ຮ້ອງໄຫ້ເມື່ອພວກເຂົາໄດ້ເວົ້າກັບເຂົາ

"ໂຢເຊັບໄດ້ຮ້ອງໄຫ້ ເມື່ອພວກເຂົາໄດ້ຍິນຂໍ້ຄວາມນີ້"