lo_tn/gen/50/07.md

2.4 KiB

ໂຢເຊັບໄດ້ຂຶ້ນໄປຝັງສົບພໍ່ຂອງຕົນ

ມັນເປັນເລື່ອງທຳມະດາທີ່ຈະໃຊ້ຄຳວ່າ "ຂຶ້ນໄປ" ໃນເວລາເວົ້າກ່ຽວກັບການເດີນທາງຈາກເອຢີບໄປການາອານ.

ຂ້າຣາຊະການທັງຫມົດ...ຂ້າຣາຊະສຳນັກ...ຂ້າຣາຊະການຜູ້ໃຫ່ຍທັງ ຫມົດ

ບັນດາຜູ້ນຳທີ່ສຳຄັນທີ່ສຸດຂອງຟາໂຣ ທັງຫມົດທີ່ໄດ້ເຂົ້າຮ່ວມພິທີຝັງສົບ.

ຣາຊະສຳນັກ

ບຸກຄົນເຫລົ່ານີ້ແມ່ນທີ່ປຶກສາຂອງກະສັດ.

ຂ້າຣາຊະສຳນັກທັງຫລາຍ

ໃນນີ້ຄຳວ່າ "ຄົວເຮືອນ" ຫມາຍເຖິງຂ້າຣາຊະການ ຣາຊະສຳນັກຂອງຟາໂຣ.

ພ້ອມດ້ວຍຄົວເຮືອນທັງຫມົດຂອງໂຢເຊັບ, ເເລະພວກພີ່ນ້ອງຂອງເຂົາ, ເເລະຄົວເຮືອນຂອງພໍ່ຂອງເຂົາ

ປະໂຫຍກນີ້ສາມາດແປເປັນປະໂຫຍກໃຫມ່: "ແຜ່ນດິນເອຢິບ. ຄອບຄົວຂອງໂຢເຊັບ, ອ້າຍນ້ອງ ແລະ ຄອບຄົວຂອງພໍ່ກໍ່ໄປນຳລາວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-events)

ພ້ອມດ້ວຍຄົວເຮືອນທັງຫມົດຂອງໂຢເຊັບ...ຄົວເຮືອນຂອງພໍ່ຂອງເຂົາ

ໃນນີ້ຄຳວ່າ “ຄົວເຮືອນ” ຫມາຍເຖິງຄອບຄົວທັງຫມົດຂອງເຂົາເຈົ້າ.

ຂະບວນລົດຮົບທັງຫລາຍ

ໃນນີ້ຫມາຍເຖິງພວກຜູ້ຊາຍທີ່ຂີ່ລົດມ້າ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ກໍໄດ້ໄປກັບເຂົາດ້ວຍນັບເປັນຄົນກຸ່ມໃຫ່ຍ.

"ມັນແມ່ນການເຕົ້າໂຮມທີ່ໃຫຍ່ຫລາຍ"