lo_tn/gen/50/04.md

4.3 KiB

ເວລາການໄວ້ທຸກ

"ວັນແຫ່ງການໄວ້ທຸກສຳລັບລາວ" ຫລື "ວັນທີ່ຮ້ອງໄຫ້ສຳລັບລາວ"

ໂຢເຊັບໄດ້ເວົ້າກັບຂ້າຣາຊສຳນັກຂອງຟາໂຣກ່າວວ່າ

ໃນນີ້ຄຳວ່າ “ຣາຊສຳນັກ” ຫມາຍເຖິງເຈົ້າຫນ້າທີ່ ທີ່ຢືນຢູ່ຕໍ່ຫນ້າພະຣາຊສຳນັກຂອງກະສັດຟາໂຣ. ອາດແປໄດ້ອີກວ່າ: "ໂຢເຊັບໄດ້ເວົ້າກັບເຈົ້າ ຫນ້າທີ່ຂອງຟາໂຣ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ຖ້າບັດນີ້ ຂ້າພະເຈົ້າໄດ້ເປັນທີ່ຊອບໃນສາຍຕາຂອງພວກທ່ານ

ວະລີທີ່ວ່າ "ຢູ່ໃນສາຍຕາຂອງເຈົ້າ" ແມ່ນຄຳເວົ້າທີ່ຫມາຍ ເຖິງຄວາມຄິດ ຫລື ຄວາມຄິດເຫັນຂອງຢາໂຄບ. ອາດແປໄດ້ອີກວ່າ: "ຖ້າຂ້ອຍໄດ້ຮັບຄວາມໂປດປານຈາກເຈົ້າ" ຫລື "ຖ້າເຈົ້າພໍໃຈກັບຂ້ອຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ໄດ້ເປັນທີ່ຊອບໃນສາຍຕາ

ນີ້ແມ່ນສຳນວນຫມາຍຄວາມວ່າຜູ້ໃດຜູ້ຫນຶ່ງເປັນທີ່ຊື່ນຊົມຈາກອີກຄົນຫນຶ່ງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ຂໍໄດ້ໂປດທູນຟາໂຣວ່າ, ພໍ່ຂອງເຂົາໄດ້ໃຫ້ເຂົາສາບານວ່າ, "ເບິ່ງເຖີດ,ເຮົາກຳລັງຈະຕາຍ. ຈົ່ງຝັງເຮົາໄດ້ສຳລັບຕົວເຮົາເອງໃນເເຜ່ນດິນການາອານ. ພວກເຈົ້າຈົ່ງຝັງເຮົາໄວ້ທີ່ນັ້ນ." ບັດນີ້ຂໍໃຫ້ເຮົາໄດ້ຂຶ້ນໄປ ເເລະຝັງພໍ່ຂອງເຮົາ, ແລະຈາກນັ້ນເຮົາຈະກັບມາ

ປະໂຫຍກນີ້ເປັນຄຳເວົ້າຢືມສອງລະດັບ ແລະ ຄຳຢືມສາມລະດັບ. ປະໂຫຍກເຫລົ່ານີ້ສາມາດຖືກກ່າວເປັນຄຳຢືມທາງອ້ອມ. ອາດແປໄດ້ອີກວ່າ: "ກະລຸນາບອກຟາໂຣວ່າພໍ່ຂອງຂ້າພະເຈົ້າໄດ້ໃຫ້ຂ້າພະເຈົ້າສາບານວ່າ ຫລັງຈາກລາວຕາຍຂ້າພະເຈົ້າຈະຝັງລາວໃນອຸບໂມງທີ່ລາວໄດ້ຂຸດໄວ້ເພື່ອຕົວເອງຢູ່ໃນແຜ່ນດິນການາອານ. "(ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-quotesinquotes]] ແລະ [[rc:///ta/man/translate/figs-quotations]])

ເບິ່ງເຖີດ, ເຮົາກຳລັງຈະຕາຍ

"ເບິ່ງເຖີດ, ເຮົາກຳລັງຈະຕາຍ"

ຂໍໃຫ້ເຮົາໄດ້ຂຶ້ນໄປ

ມັນເປັນເລື່ອງທຳມະດາທີ່ຈະໃຊ້ຄຳວ່າ "ຂຶ້ນໄປ" ໃນເວລາເວົ້າກ່ຽວກັບການເດີນທາງຈາກເອຢີບໄປການາອານ.

ຟາໂຣໄດ້ຕອບ

ມັນຫມາຍຄວາມວ່າຂ້າຣາຊະການຂອງກະສັດຟາໂຣໄດ້ເວົ້າ, ແລະ ດຽວນີ້ຟາໂຣກຳລັງຕອບໂຢເຊັບ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ດັ່ງທີ່ເຂົາໄດ້ໃຫ້ສາບານໄວ້

"ດັ່ງທີ່ເຈົ້າໄດ້ໃຫ້ສາບານໄວ້ແກ່ລາວ"