lo_tn/gen/49/28.md

3.4 KiB

ຄົນເຫລົ່ານີ້ຄື ຄົນອິດສະຣາເອນທັງສິບສອງເຜົ່າ

"ສິ່ງເຫລົ່ານີ້" ຫມາຍເຖິງພວກລູກຊາຍຂອງຢາໂຄບທີ່ກ່າວເຖິງໃນຂໍ້ 49: 1-27. ລູກຊາຍແຕ່ລະຄົນໄດ້ກາຍເປັນຜູ້ ນຳຂອງເຜົ່າຕົນເອງ.

ເມື່ອເຂົາໄດ້ອວຍພອນພວກເຂົາ

ໃນນີ້ຄຳວ່າ “ອວຍພອນ” ຫມາຍເຖິງການກ່າວເຖິງພອນຕ່າງໆຢ່າງເປັນທາງການ.

ເຂົາໄດ້ອວຍພອນແຕ່ລະຄົນດ້ວຍຄຳອວຍພອນທີ່ເຫມາະສົມ

"ທ່ານໄດ້ໃຫ້ພອນທີ່ເຫມາະສົມແກ່ລູກຊາຍແຕ່ລະຄົນ"

ຢາໂຄບໄດ້ສັ່ງພວກເຂົາ

"ລາວໄດ້ສັ່ງພວກເຂົາ"

ເຮົາກຳລັງຈະໄປຢູ່ກັບປະຊາຊົນຂອງເຮົາ

ນີ້ແມ່ນວິທີການສຸພາບຂອງການເວົ້າວ່າລາວກຳລັງຈະຕາຍ. ອາດແປໄດ້ອີກວ່າ: "ຂ້ອຍກຳລັງຈະຕາຍ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-euphemism]] ແລະ [[rc:///ta/man/translate/figs-idiom]])

ເຮົາກຳລັງຈະໄປຢູ່ກັບປະຊາຊົນ

ຢາໂຄບແມ່ນອ້າງເຖິງບ່ອນທີ່ຈິດວິນຍານຂອງລາວ ຈະໄປເມື່ອລາວຕາຍແລ້ວ. ລາວຄາດຫວັງວ່າຈະໄດ້ເຂົ້າຮ່ວມກັບອັບຣາຮາມ ແລະ ອີຊາກໃນເວລາຫລັງຄວາມຕາຍ. (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-euphemism]] ແລະ [[rc:///ta/man/translate/figs-idiom]]))

ເອຟະໂຣນຄົນຮີດຕີ

ນີ້ແມ່ນຊື່ຂອງຜູ້ຊາຍຄົນຫນຶ່ງ. "ຮີດຕີ" ຫມາຍເຖິງ "ເຊື້ອສາຍຂອງຊາວຣິດຕີ." ເບິ່ງເພີ່ມເຕີມວິທີທີ່ທ່ານແປຂໍ້ນີ້ໃນ 23:7. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-names)

ມັກເປລາ

ມັກເປລາແມ່ນຊື່ຂອງພື້ນທີ່ ຫລື ຂົງເຂດ. ເບິ່ງເພີ່ມເຕີມວິທີທີ່ທ່ານແປຂໍ້ນີ້ໃນ 23:7. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-names)

ມໍາເຣ

ນີ້ແມ່ນອີກຊື່ຫນຶ່ງຂອງເມືອງເຮັບໂຣນ. ມັນອາດຈະຕັ້ງຊື່ຕາມຊື່ຂອງມຳເຣ, ຫມູ່ຂອງອັບຣາຮາມຜູ້ທີ່ອາໄສຢູ່ບ່ອນນັ້ນ. ເບິ່ງເພີ່ມເຕີມວິທີທີ່ທ່ານແປສິ່ງນີ້ໃນ 13:16. (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-names)