lo_tn/gen/49/24.md

3.6 KiB

ຂໍ້ມູນທົ່ວໄປ:

ຢາໂຄບສືບຕໍ່ອວຍພອນໂຢເຊັບ ແລະ ລູກຫລານຂອງລາວ.

ທະນູຂອງເຂົາຍັງຄົງຕັ້ງຊື່

ຄົນທີ່ຖືທະນູທີ່ຫມັ້ນຄົງ ຖືກກ່າວເຫມືອນເປັນຂັນທະນູທີ່ຫມັ້ນຄົງ. ມັນຫມາຍຄວາມວ່າລາວກໍາລັງຖືມັນຢ່າງສະຫມັ້ນຄົງໃນຂະນະທີ່ລາວແນໃສ່ສັດຕູຂອງລາວ. ອາດແປໄດ້ອີກວ່າ: "ລາວຈະຖືຂັນທະນູຂອງຕົນຢ່າງຫມັ້ນຄົງຢູ່ສະເຫມີ ຂະນະທີ່ລາວແນໃສ່ສັດຕູຂອງລາວ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metonymy]] ແລະ [[rc:///ta/man/translate/figs-explicit]])

ທະນູຂອງເຂົາ...ມີຂອງເຂົາ

ໃນນີ້ຄຳວ່າ “ຂອງລາວ” ຫມາຍເຖິງໂຢເຊັບ ຜູ້ທີ່ຫມາຍເຖິງລູກຫລານຂອງລາວ. ອາດແປໄດ້ອີກວ່າ: "ທະນູຂອງພວກເຂົາ ... ມືຂອງພວກເຂົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ມືຂອງເຂົາເຕັມໄປດ້ວຍຄວາມສຳລານ

ນີ້ແມ່ນ "ມື" ຫມາຍເຖິງແຂນຂອງຄົນໃນຂະນະທີ່ລາວກຳລັງຖືທະນູຂອງລາວຫມັ້ນຄົງ. ອາດແປໄດ້ອີກວ່າ: "ແຂນຂອງລາວຈະຍັງຄົງແຂງແຮງໃນຂະນະທີ່ລາວແນໃສ່ທະນູຂອງລາວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ເພາະມືຂອງອົງຜູ້ຊົງມີຣິດ

"ມື" ສະແດງເຖິງອຳນາດຂອງພຣະຢາເວ. ອາດແປໄດ້ອີກວ່າ: "ພະລັງຂອງຜູ້ມີອຳນາດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ເພາະຊື່ຂອງພຣະຜູ້ລ້ຽງ

ທີ່ນີ້ຄຳວ່າ "ຊື່" ຫມາຍເຖິງຕົວຄົນທັງຫມົດ. ອາດແປໄດ້ອີກວ່າ: "ເພາະວ່າຜູ້ລ້ຽງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ຜູ້ລ້ຽງ

ຢາໂຄບເວົ້າເຖິງພຣະຢາເວຄືກັບວ່າພຣະອົງເປັນ "ຜູ້ລ້ຽງແກະ." ສິ່ງນີ້ເນັ້ນຫນັກວ່າ ພຣະຢາເວນຳພາ ແລະ ປົກປ້ອງປະຊາຊົນຂອງພຣະອົງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ພຣະສິລາ

ຢາໂຄບເວົ້າເຖິງພຣະຢາເວ ຄືກັບວ່າລາວເປັນ “ຫີນ” ທີ່ຜູ້ຄົນສາມາດປີນຂຶ້ນ ເພື່ອລີ້ໄພຈາກສັດຕູ. ສິ່ງນີ້ເນັ້ນຫນັກວ່າພຣະຢາເວປົກປ້ອງປະຊາຊົນລາວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)