lo_tn/gen/49/14.md

3.7 KiB

ອິດຊາຄາ ເປັນລາທີ່ມີກຳລັງແຂງແຮງ

ຢາໂຄບເວົ້າກ່ຽວກັບອິດຊາຄາ ແລະ ລູກຫລານຂອງລາວ ຄືກັບວ່າພວກເຂົາເປັນລາໂຕຫນຶ່ງ. ສິ່ງນີ້ເນັ້ນຫນັກວ່າພວກເຂົາຈະເຮັດວຽກຫນັກ. ອາດແປໄດ້ອີກວ່າ: "ລູກຫລານຂອງ ອິດຊາຄາຈະເປັນຄືກັບລາທີ່ແຂງແຮງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ອິດຊາຄາ

ເລື້ອຍໆໃນເຫດການທຳນວາຍທີ່ຈະເກີດຂື້ນ ໃນອະນາຄົດແມ່ນຖືກອະທິບາຍວ່າເປັນສິ່ງທີ່ກຳລັງເກີດຂື້ນແລ້ວ. ສິ່ງດັ່ງກ່າວເນັ້ນຫນັກວ່າເຫດການດັ່ງກ່າວຈະເກີດຂຶ້ນຢ່າງແນ່ນອນ. ມັນສາມາດຖືກກ່າວເປັນປະໂຫຍກໃນອະນາຄົດ. ອາດແປໄດ້ອີກວ່າ: "ອິດຊາຄາຈະເປັນ" ຫລື "ເຊື້ອສາຍຂອງອິດຊາຄາຈະເປັນ"

ອິດຊາຄາ....ເຂົາເຫັນ.....ເຂົາຈະ

ໃນນີ້ "ອິດຊາຄາ" ແມ່ນຕົວແທນ ທີ່ຫມາຍເຖິງລູກຫລານຂອງລາວ. ອາດແປໄດ້ອີກວ່າ: "ລູກຫລານຂອງອິດຊາຄາ... ພວກເຂົາເຫັນ ... ພວກເຂົາຈະ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ກຳລັງນອນຢູ່ລະຫວ່າງຄອກແກະທັງຫລາຍ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) "ນອນຢູ່ລະຫວ່າງຊອງຫີບເຄື່ອງທີ່ພວກເຂົາບັນທຸກມາ" ຫລື 2) "ນອນຢູ່ລະຫວ່າງຊ່ອງຫວ່າງຄອກແກະສອງຄອກ." ບໍ່ວ່າຄວາມຫມາຍໃດກໍ່ຕາມ, ຢາໂຄບເວົ້າກ່ຽວກັບລູກຫລານຂອງອິດຊາຄາ ຄືກັບວ່າພວກເຂົາເປັນລາທີ່ໄດ້ເຮັດວຽກຫນັກ ແລະ ນອນຢູ່ໃນບ່ອນພັກຜ່ອນຂອງຕົນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເຂົາເຫັນທີ່ພັກຜ່ອນທີ່ດີ ແລະແຜ່ນດິນທີ່ ຫນ້າເພິ່ງພໍໃຈ

"ສະຖານທີ່ພັກຜ່ອນທີ່ດີ ແລະ ວ່າທີ່ດິນມີຄວາມສຸກ"

ເຂົາຈະກົ້ມບ່າຂອງເຂົາລົງຮັບແອກ

ປະໂຫຍກທີ່ວ່າ "ໂຄ້ງບ່າໄຫລ່ເພື່ອແບກຫາບ" ແມ່ນວິທີການທີ່ເວົ້າທີ່ວ່າ "ເຮັດວຽກຫນັກຫລາຍ ທີ່ຈະແບກຫາບເຄື່ອງທີ່ຫນັກຫນ່ວງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ກ່ອນເປັນຄົນຮັບໃຊ້ສຳລັບງານນັ້ນ

"ຈະຕ້ອງເຮັດວຽກຫນັກເພື່ອຄົນອື່ນເຫມືອນເປັນທາດຮັບໃຊ້"