lo_tn/gen/49/11.md

4.1 KiB

ຈົ່ງມັດລາຂອງເຂົາ.....ເຫລົ່າຕົ້ນອະງຸ່ນ

ປະໂຫຍກທັງສອງຫມາຍເຖິງສິ່ງດຽວກັນ. ຫມາຍຄວາມວ່າຕົ້ນອະງຸ່ນເຕັມໄປດ້ວຍຫມາກອະງຸ່ນຫລາຍ ດັ່ງນັ້ນເຈົ້ານາຍຈິ່ງບໍ່ສົນໃຈວ່າລາຂອງລາວຈະກິນຫມາກໄມ້ບາງສ່ວນ. (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-parallelism]] ແລະ [[rc:///ta/man/translate/figs-explicit]])

ຂອງລາວ....ລາວ

ຄວາມຫມາຍທີ່ເປັນໄປໄດ້ ສຳລັບທຸກໆເຫດການທີ່ເກີດຂື້ນ "ຂອງລາວ" ຫລື "ລາວ" ແມ່ນ 1) ພວກເຂົາຫມາຍເຖິງລູກຫລານຂອງຢູດາ. ອາດແປໄດ້ອີກວ່າ: "ຂອງພວກເຂົາ ... ພວກເຂົາ" ຫລື 2) ພວກເຂົາກ່າວເຖິງຜູ້ປົກຄອງໃນຂໍ້ 49:10, ຊຶ່ງອາດຈະຫມາຍເຖິງພະເມຊີອາ.

ເຂົາໄດ້ຊັກ......ໃນເລືອດເເຫ່ງອະງຸ່ນ

ປະໂຫຍກທັງສອງຫມາຍເຖິງສິ່ງດຽວກັນ. ມັນຫມາຍຄວາມວ່າມີຫມາກອະງຸ່ນຫລາຍຈົນພວກເຂົາສາມາດລ້າງເຄື່ອງນຸ່ງຂອງພວກເຂົາ ໃນນໍ້າອະງຸ່ນໄດ້. (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-parallelism]] ແລະ [[rc:///ta/man/translate/figs-explicit]])

ເຂົາໄດ້ຊັກ

ປົກກະຕິແລ້ວໃນເຫດການທຳນວາຍ ທີ່ຈະເກີດຂື້ນໃນອະນາຄົດແມ່ນຖືກອະທິບາຍວ່າເປັນສິ່ງທີ່ໄດ້ເກີດຂື້ນໃນອະດີດ. ສິ່ງນີ້ເນັ້ນຫນັກວ່າເຫດການນີ້ຈະເກີດຂຶ້ນຢ່າງແນ່ນອນ. ອາດແປໄດ້ອີກວ່າ: "ພວກເຂົາຈະລ້າງ" ຫລື "ລາວຈະລ້າງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-pastforfuture)

ເລືອດເເຫ່ງອະງຸ່ນ

ປະໂຫຍກນີ້ເວົ້າກ່ຽວກັບນໍ້າອະງຸ່ນຄືກັບວ່າມັນເປັນເລືອດ. ສິ່ງນີ້ເນັ້ນ ຫນັກວ່າສີແດງຂອງນໍ້າອະງຸ່ນແດງປານໃດ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ດວງຕາຂອງເຂົາຈະມີສີເຂັ້ມຄືເຫລົ້າອະງຸ່ນ

ນີ້ຫມາຍເຖິງສີຂອງດວງຕາຂອງຄົນເຮົາເຖິງສີແດງຂອງເຫລົ້າອະງຸ່ນ. ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ຕາມືດເຮັດໃຫ້ສາຍຕາບໍ່ດີ ຫລື 2) ຄົນຕາຈະເປັນສີແດງຈາກການດື່ມເຫລົ້າຫລາຍ. (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-simile]] ແລະ [[rc:///ta/man/translate/figs-explicit]])

ແຂ້ວຂອງເຂົາຈະຂາວຄືນົມ

ສິ່ງນີ້ປຽບທຽບສີແຂ້ວຂອງຄົນເຮົາກັບສີຂາວຂອງນົມ. ນີ້ ຫມາຍຄວາມວ່າຈະມີງົວທີ່ມີສຸຂະພາບແຂງແຮງຫລາຍ ຊຶ່ງພວກມັນຈະມີນໍ້ານົມຢ່າງຫລວງຫລາຍ. (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-simile]] ແລະ [[rc:///ta/man/translate/figs-explicit]])