lo_tn/gen/49/10.md

2.6 KiB

ໄມ້ເທົ້າຂອງກະສັດຈະບໍ່ຈາກໄປຈາກຢູດາ, ຫລືໄມ້ເທົ້າຂອງຜູ້ປົກຄອງຈະບໍ່ອອກໄປຈາກລະຫວ່າງເທົ້າຂອງເຂົາ

“ໄມ້ເທົ້າ” ແລະ “ໄມ້ແສ້” ແມ່ນໄມ້ປະດັບທີ່ຍາວນານ ຊຶ່ງບັນດາກະສັດໄດ້ຖື. ນີ້ພວກເຂົາແມ່ນສັບສຳນວນທີ່ຫມາຍເຖິງອຳນາດ ໃນການປົກຄອງ. ແລະ, "ຢູດາ" ຫມາຍເຖິງລູກຫລານຂອງລາວ. ອາດແປໄດ້ອີກວ່າ: "ອຳນາດໃນການປົກຄອງຈະຢູ່ກັບລູກຫລານຂອງຢູດາ ຕະຫລອດໄປ" (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metonymy]] ແລະ [[rc:///ta/man/translate/figs-parallelism]])

ຈົນກວ່າຊີໂລຈະມາ. ປະຊາຊາດທັງຫລາຍຈະເຊື່ອຟັງເຂົາ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) "ຊີໂລ" ຫມາຍຄວາມວ່າ "ສ່ວນແບ່ງ." ອາດແປໄດ້ອີກວ່າ: "ຈົນກ່ວາປະຊາຊາດຈະເຊື່ອຟັງລາວ ແລະ ນຳເອົາສ່ວນມາໃຫ້ລາວ" ຫລື 2) "ເມືອງຊີໂລ" ຫມາຍເຖິງເມືອງ ຊີໂລ. ອາດແປໄດ້ອີກວ່າ: "ຈົນກວ່າຜູ້ປົກຄອງຈະມາຮອດເມືອງຊີໂລ. ຈາກນັ້ນປະຊາຊາດຈະເຊື່ອຟັງລາວ." ຫລາຍຄົນຖືວ່າຄຳພະຍາກອນນີ້ກ່ຽວກັບ ພຣະຜູ້ຊ່ວຍໃຫ້ລອດພົ້ນ (ພຣະເມຊີອາ) ຜູ້ທີ່ເປັນເຊື້ອສາຍຂອງກະສັດດາວິດ. ດາວິດເປັນເຊື້ອສາຍຂອງ ຢູດາ.

ປະຊາຊາດທັງຫລາຍຈະເຊື່ອຟັງເຂົາ

ໃນນີ້ຄຳວ່າ "ປະເທດ" ຫມາຍເຖິງປະຊາຊົນ. ອາດແປໄດ້ອີກວ່າ: "ປະຊາຊົນຈາກບັນດາປະຊາຊາດຈະເຊື່ອຟັງລາວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)